ງານບຸນມະຫະກຳການເຕັ້ນນາໆຊາດ (ຄັ້ງທີ10)

ງານບຸນມະຫະກຳການເຕັ້ນນາໆຊາດ (ຄັ້ງທີ10) 25/11/2019 | 18 h 30 - 20 h 30

ງານບຸນມະຫະກຳການເຕັ້ນນາໆຊາດ (ຄັ້ງທີ10) ນຳສະເໜີໂດຍ FMK (ຝັ່ງແມ່ຂອງ) ແລະ ສະຖາບັນຝຣັ່ງປະຈຳລາວ ໃນຄ່ຳຄືນທີ່ພິເສດຂອງການສາຍຮູບເງົາສັ້ນກ່ຽວກັບການເຕັ້ນ ທີ່ມີຊື່ວ່າຊີເນດອງສ CINEDANSE. ໃນວັນຈັນ ທີ 25 ພະຈິກ 2019 ເວລາ 19 ໂມງ ທີ່ສະຖາບັນຝຣັ່ງ, ເຊິ່ງຈະມີການສາຍຮູບເງົາສັ້ນ 4 ເລື່ອງຢູ່ເທິງຈໍໃຫຍ່ທີ່ເດີ່ນສວນຂອງສະຖາບັນຝຣັ່ງ. ນອກຈາກນັ້ນ, ນັກເຕັິ້ນຈາກຝັ່ງລາວຈະມາອະທຶບາຍໃຫ້ຄຳຄິດເຫັນ ແລະ ຕອບຄຳຖາມກັບມວນຊົນ. ຄ່ຳຄືນນັ້ນກໍ່ຈະຈົບລົງດ້ວຍການເຕັ້ນໂຊແບບສົດໆຂອງບັນດານັກເຕັ້ນຈາກຝັ່ງລາວ.

ຄົນອິນເດຍຜູ້ກ້າຫານ, ເກຣມັອງ ໂກຊີຕໍ (Les Indes Galantes, Clément Cogitore) ໃຊ້ເວລາສາຍຢູ່ 5 ນາທີ, ສ້າງຂື້ນ ປີ 2017, ທີ່ປະເທດຝຣັ່ງ. ເປັນການປັບປະສານໂອເປລາ ທີ່ສວຍງາມ ຂອງ ຊັອງຟີລລຶບ ຣາໂມ ໃນສະຕະວັດທີ 18 (Jean-Philippe Rameau), ກັບບັນດາທີມນັກເຕັ້ນຄົນຝຣັ່ງຂອງປະເພດການເຕັ້ນແບບ Krump.

ແວກສູດສ, ທີ ວົນ ເມືອງ ຮານ (Versus, Thi Von Muong Han), ໃຊ້ເວລາສາຍຢູ່ 13 ນາທີ, ສ້າງຂື້ນ ປີ 2011 ທີ່ປະເທດຝຣັ່ງ ແລະ ປະເທດລາວ. ການພົບປະລະຫວ່າງ ສອງທະວີບ ອາຟຣິກາ ແລະ ອາຊີ, ທີ່ເປັນການເຕັ້ນທີ່ແຕກຕ່າງແຕ່ ໃນເວລາດຽວກັນກໍ່ມາປະສົມສານກັນຢ່າງລົງຕົວໄດ້. ເລື່ອງນີ້ສ້າງຂື້ນໃນຊ່ວງເວລາດຽວກັນກັບການທີ່ສ້າງ FMK ( ຝັ່ງແມ່ຂອງ) ປີ 2011

ໂນຟຣາເຊິ, ໂກຽແກັຣງເດິອ ດຸຍຣັອງ (Naufrage, Clorinde Durand) ໃຊ້ເວລາສາຍຢູ່ 6 ນາທີ, ສ້າງຂື້ນ ປີ 2008 ທີ່ປະເທດຝຣັ່ງ. ການເລົ່າເລື່ອງທີ່ກຳລັງຢຸດຄ້າງຢູ່ໃນຂະນະນັ້ນ, ໂນຟຣາເຊິ Naufrage ເລົ່າເຖຶງຊ່ວງເວລາຂອງຄວາມຮູ້ສຶກທີ່ອອກມາທາງກາຍ, ໂດຍຜ່ານການສະແດງໃຫ້ເຫັນການເຄື່ອນໄຫວແບບຊ້າໆ.

ໂນຣາ, ອາລາ ໂກກັນ, (Nora, Alla Kovgan, David Hinton), ໃຊ້ເວລາສາຍຢູ່ 10 ນາທີ, ສ້າງຂື້ນ ປີ 2008, ປະເທດ ຊີມບັບເວ, ລາວເກີດຢູ່ທີ່ ປະເທດ ຊີມບັບເວ, ໂນຣາໄດ້ທ່ອງທ່ຽວແບບຜ່ານຄວາມຊົງຈຳໃນໄວໜຸ່ມຂອງລາວທີ່ແມ່ນບັນດາກຸ່ມນັກເຕັ້ນ ແລະ ກຸ່ມນັກນັກສິລະປິນທ້ອງຖິ່ນໃນບົດກະວີທີ.

ສະຖານທີ່
Institut français du Laos