ເຫດການດ້ານວັດທະນະທຳ

ວັດທະນະທຳເປັນວຽກງານນຶ່ງທີ່ສະຖາບັນຝຣັ່ງແນ່ເຫັນຄວາມສຳຄັນ, ເພາະນັ້ນຄືອີກນຶ່ງຮູບການໃນການເຜີຍແຜ່ ວັດທະນະທຳ ຝຣັ່ງ ໃຫ້ມະຫາຊົນໄດ້ຮັບຮູ້, ຫລື ເປັນການສ້າງໂອກາດ ໃນການປະດິດຄິດສ້າງແບບລາວໆ, ສະຖາບັນຝຣັ່ງ ນຳສະເຫນີຫລາຍຮູບແບບການສະແດງ ເຊັ່ນ : ການສະແດງ (ການເຕັ້ນ, ດົນຕີ ແລະ ລະຄອນ), ສີລະປະດ້ານຮູບພາບ.

ຮູບເງົາ : « ຮູບເງົາ ວັນອັງຄານ »: ທຸກໆວັນອັງຄານ ເວລາ 18ໂມງ30, « ຮູບເງົາສຳລັບເດັກນ້ອຍ »: ທຸກໆວັນພຸດ ເວລາ 15ໂມງ : 10 000 LAK,  ນັກຮຽນ ແລະ ສະມາຊິກຫ້ອງສະໝຸດ ຂອງ ສະຖາບັນຝຣັ່ງ ເຂົ້າຊົມໂດຍບໍ່ໄດ້ເສຍຄ່າຜ່ານປະຕູ


ປະກາດຮັບສະໝັກນ - ວັນດົນຕີ - FÊTE DE LA MUSIQUE 2024
[FÊTE DE LA MUSIQUE - ງານວັນດົນຕີປະຈຳປີ 2024] ປະກາດຮັບສະໝັກບັນດາສີລະປິນທີ່ມັກຮັກໃນດົນຕີທີ່ຢູ່ປະເທດລາວ ! ເຈົ້າພ້ອມແລ້ວບໍ່ ທີ່ຈະຂຶ້ນສະແດງເທິງເວທີ ໃນງານວັນດົນຕີ ທີ່ສະຖາບັນຝຣັ່ງ ? ຕອນນີ້ພວກເຮົາກໍາລັງຊອກຫານັກສິລະປິນທີ່ມີຄວາມມັກຮັກໃນດົນຕີ ເພື່ອມາສ້າງບັນຍາກາດທີ່ໜ້າຈົດຈຳໃນວັນທີ 21 ແລະ 22 ເດືອນມິຖຸນານີ້ ! ຢ່າພາດໂອກາດດີໆແບບນີ້ເພື່ອແບ່ງປັນຄວາມມັກຮັກໃນດົນຕີຂອງເຈົ້າໃຫ້ກັບຜູ້ຊົມທີ່ໜ້າຮັກ! ບໍ່ວ່າເຈົ້າຈະເປັນນັກດົນຕີມືໃໝ່ ຫຼື ມືອາຊີບ, ເຈົ້າກໍ່ສາມາດສົ່ງວີດີໂອ ການສະແດງດົນຕີສົດຂອງ ເຈົ້າມາໃຫ້ພວກເຮົາໄດ້ທີ່: fetedelamusique@if-laos.org ກ່ອນວັນສຸກ...

1 2