ເຫດການດ້ານວັດທະນະທຳ

ວັດທະນະທຳເປັນວຽກງານນຶ່ງທີ່ສະຖາບັນຝຣັ່ງແນ່ເຫັນຄວາມສຳຄັນ, ເພາະນັ້ນຄືອີກນຶ່ງຮູບການໃນການເຜີຍແຜ່ ວັດທະນະທຳ ຝຣັ່ງ ໃຫ້ມະຫາຊົນໄດ້ຮັບຮູ້, ຫລື ເປັນການສ້າງໂອກາດ ໃນການປະດິດຄິດສ້າງແບບລາວໆ, ສະຖາບັນຝຣັ່ງ ນຳສະເຫນີຫລາຍຮູບແບບການສະແດງ ເຊັ່ນ : ການສະແດງ (ການເຕັ້ນ, ດົນຕີ ແລະ ລະຄອນ), ສີລະປະດ້ານຮູບພາບ.

ຮູບເງົາ : « ຮູບເງົາ ວັນອັງຄານ »: ທຸກໆວັນອັງຄານ ເວລາ 18ໂມງ30, « ຮູບເງົາສຳລັບເດັກນ້ອຍ »: ທຸກໆວັນພຸດ ເວລາ 15ໂມງ : 10 000 LAK,  ນັກຮຽນ ແລະ ສະມາຊິກຫ້ອງສະໝຸດ ຂອງ ສະຖາບັນຝຣັ່ງ ເຂົ້າຊົມໂດຍບໍ່ໄດ້ເສຍຄ່າຜ່ານປະຕູ


ຫ້ອງຮຽນພາສາຝຣັ່ງສຳລັບໄວໜຸ່ມ
ຄອສພາສາຝຣັ່ງສຳລັບໄວໜຸ່ມຂອງພວກເຮົາແມ່ນອອກແບບມາເພື່ອໃຫ້ເໝາະສົມໃນການຊ່ວຍໄວໜຸ່ມພັດທະນາທັກສະພາສາດ້ວຍຄວາມມ່ວນ ແລະ ໃຫ້ມີສ່ວນຮ່ວມໃນຫ້ອງຮຽນ. ມັນຈະຊ່ວຍໃນການຮຽນ, ການທ່ອງທ່ຽວ ຫຼືຈະຮຽນເພື່ອໃຫ້ເກັ່ງຂຶ້ນກໍ່ໄດ້. ມາຮຽນກັບພວກເຮົາ ຈະໄດ້ທັງຄວາມມ່ວນ ແລະ ເສີມສ້າງຄວາມໝັ້ນໃຈໃນໂຕເອງ! ໂອກາດດີໆແບບນີ້ບໍ່ຄວນພາດ! ເປີດເທີມໃຫມ່ໃນວັນທີ 3 ພຶດສະພາ 2025! ຂໍ້ມູນເພີ່ມເຕີມ : Tel: (856-21) 215 764 WhatsApp: (856-20) 5594 4819 Email: accueil@if-laos.org

1 2