“ຝຣັ່ງທາສຕິກ” / “FRANTASTIQUE”

"ຝຣັ່ງທາສຕິກ" / "FRANTASTIQUE" 12/08/2021 - 31/10/2021 | 8 h 30 - 18 h 00

ສະຖາບັນຝຣັ່ງ ປະຈຳລາວ ແລະ ຝຣັ່ງທາສຕິກ (Frantastique) ພູມໃຈນຳສະເໜີໃຫ້ທ່ານຮຽນຟຣີໜຶ່ງ ເດືອນ (ໂດຍບໍ່ມີຂໍ້ຜູກມັດ) ເພື່ອພັດທະນາລະດັບພາສາຝຣັ່ງຂອງທ່ານ : ການຮຽນແມ່ນທ່ານຈະໄດ້ຮັບ ຂໍ້ຄວາມທາງອີເມວຕໍ່ມື້ ເພື່ອຮຽນ : ການສະກົດຄຳ, ໄວຍາກອນ ແລະ ທັກສະການຂຽນ, ເປັນການຮຽນ ແບບມ່ວນຊື່ນ ວອງໄວທັນໃຈ ແລະ ເປັນສ່ວນຕົວ !

ສາມາດໃຊ້ໄດ້ກັບ ຄອມພິວເຕີ, ແທັບເລັດ, ໂທລະສັບ ທ່ານສາມາດພັດທະນາລະດັບພາສາຝຣັ່ງຂອງທ່ານໄດ້ເພາະມີການສິດສອນທີ່ແທດເໝາະ ແລະ ປັບໃຫ້ເຂົ້າກັບທຸກລະດັບ !

ເຊີນທຸກທ່ານມາລອງນຳໃຊ້ບໍລິການຝຣັ່ງາສຕິກນຳພວກເຮົາ !

ໃຊ້ບໍລິການຟຣີທັນທີໜຶ່ງເດືອນນຳສະຖາບັນຝຣັ່ງ ! ກົດທີ່ນີ້ເພື່ອສະໝັກ!

ສະຖານທີ່
Institut français du Laos