ເປີດປະມູນ ອາຮ້ານອາຫານ

ເປີດປະມູນ ອາຮ້ານອາຫານ 15/07/2020 - 15/08/2020 | ຫມົດ​ມື້

ສະຖາບັນຝຣັ່ງປະຈຳລາວ ກຳລັງຊອກຫາບໍລິສັດອາຫານເພື່ອບໍລິຫານຮ້ານອາຫານ.

ສະຖານທີ່ຕັ້ງຢູ່ໃນສະຖາບັນຝຣັ່ງ, ຖະໜົນ ລ່ານຊ້າງ, ບ້ານຫາດສະດີໃຕ້, ເມືອງຈັນທະບູລີ, ຮ້ານອາຫານແມ່ນມີເນື້ອທີ່

ກ້ວາງ 88 ຕາແມັດ ພ້ອມເຮືອນຄົວຄົບຊຸດທີ່ສາມາດບັນຈຸລູກຄ້າໄດ້ຫຼາຍກ່ວາ 50 ຄົນພ້ອມກັນ.

ຮ້ານອາຫານຈະຕ້ອງໃຫ້ບໍລິການອາຫານ (ອາຫານຝຣັ່ງ ແລະ ອາຫານລາວ) ແລະ ປະເພດເຄື່ອງດື່ມຕ່າງໆ, ເປີດບໍລິການໃນຊ່ວງເວລາຕ້ອນຮັບຂອງ ສະຖາບັນຝຣັ່ງ ແລະ ໃນເວລາມີງານຕ່າງທີ່ສະຖາບັນຝຣັ່ງຈັດຂຶ້ນໃນຕອນແລງ ແລະ/ຫຼື ໃນທ້າຍອາທິດ (ການສະແດງດົນຕີ, ສາຍຮູບເງົາ, ກອງປະຊຸມ, ສຳມະນາ ໆລໆ). ການບໍລິການຕ້ອງມີຄຸນນະພາບດີໃນລາຄາທີ່ເໝາະສົມ.

ບັນດາບໍລິສັດອາຫານທີ່ສົນໃຈທີ່ຕ້ອງການຢາກໄດ້ຮັບຂໍ້ມູນເພີ່ມເຕີມ ແລະ ຢາກມາເບິ່ງສະຖານທີ່ກ່ອນ ຫຼື ຢາກເອົາໃບສະໝັກປະມູນຮ້ານອາຫານ ຫຼື ຢາກສົ່ງໃບສະໝັກແມ່ນໃຫ້ສົ່ງອີເມວຫາ : info@if-laos.org.

ໃບສະໝັກແມ່ນສາມາດສອບຖາມເອົາໄດ້ຈາກທາງສະຖາບັນຝຣັ່ງ. ວັນທີປິດຮັບໃບສະໝັກ ແມ່ນ ວັນທີ 15 ເດືອນ ສິງຫາ 2020

ສະຖານທີ່
Institut français du Laos