ຂໍສະແແດງຄວາມມຍີນດີນຳຜູ້ທີ່ຊະນະການແຂ່ງຂັນສ້າງຄຳຂວັນ !

ຂໍສະແແດງຄວາມມຍີນດີນຳຜູ້ທີ່ຊະນະການແຂ່ງຂັນສ້າງຄຳຂວັນ ! 22/09/2021 - 31/10/2021 | ຫມົດ​ມື້

ສະຖາບັນຝຣັ່ງໄດ້ຈັດການແຂ່ງຂັນສ້າງຄຳຂວັນໃນເດືອນແລ້ວທີ່ຜ່ານມານີ້ ພາຍໃຕ້ຫົວຂໍ້ « ເຊີນຊວນໃຫ້ທຸກຄົນຢາກຮຽນພາສາຝຣັ່ງ ». ການເຂົ້າຮ່ວມແຂ່ງຂັນແມ່ນເປີດກ້ວາງ ສຳລັບ ທຸກຄົນ.

ໄດ້ເວລາແລ້ວທີ່ຈະປະກາດຜົນສຳລັບຜູ້ຊະນະສາມຄົນທີ່ຊະນະການແຂ່ງຂັນຂອງພວກເຮົາ. ຂໍຊົມເຊີຍເປັນທ່ານຍິງທັງສາມ. ແລະ ຂໍຂອບໃຈນຳຜູ້ເຂົ້າຮ່ວມທັງໝົດ.

ຄະນະກຳມະການຂອງເຮົາປະກອບມີ ອາຈານ ລັດດານີ ລັດມະນີ,​ ອາຈານສອນນພາສາຝຣັ່ງຢູ່ ມຊ ແລະ ສະຖາບັນຝຣັ່ງ, ອາຈານ ແສງຈັນ ສຸກກະເສມ, ນັກຂຽນ ແລະ ນັກແປພາສາ, ທ່ານ ບຸນເຮັ່ງ, ຜູ້ອຳນວຍການ ສະຖານີວິທະຍຸກະຈາຍສຽງໄວໜຸ່ມ.

ລາຍຊື່ຜູ້ທີ່ຊະນະ :

ລາງວັນທີ 1 : ນາງ ສົມອະທິດາ ແກ້ວພິລາເພັດ, (ຮຽນພາສາຝຣັ່ງນໍາສູ່ອານາຄົດທີ່ສົດໃສ), ໄດ້ຮຽນພາສາຝຣັ່ງຟຣີໜຶ່ງເທີມ, ໄດ້ບັດຊະມາຊິກຫ້ອງສະໝຸດຟຣີ 1 ເທີມ ;

ລາງວັນທີ 2 : ນາງ ປານັດດາ ພັນທະວົງ, (ທັກສະດ້ານພາສາຝຣັ່ງຈະພາເຈົ້າກ້າວໄກ), ໄດ້ບັດຊະມາຊິກຫ້ອງສະໝຸດ ແລະ/ຫຼື ຫ້ອງສະໝຸດ ອອນລາຍຟຣີ (ສູນລວມດ້ານວັດທະນະທຳ ທາງອອນລາຍ) ໄລຍະ 3 ເດືອນ, ໄດ້ປຶ້ມອ່ານ ແລະ ຂອງທີ່ລະນຶກອື່ນໆ.

ລາງວັນທີ 2 ສະເໝີ : ນາງ ພອນສະຫວັນ ແກ້ວວິໄລ, (ເປີດປະຕູສູ່ໂລກກວ້າງ ດ້ວຍການຮຽນພາສາຝຣັ່ງ), ໄດ້ບັດຊະມາຊິກຫ້ອງສະໝຸດ ແລະ/ຫຼື ຫ້ອງສະໝຸດ ອອນລາຍຟຣີ (ສູນລວມດ້ານວັດທະນະທຳ ທາງອອນລາຍ) ໄລຍະ 3 ເດືອນ, ໄດ້ປຶ້ມອ່ານ ແລະ ຂອງທີ່ລະນຶກ ອື່ນໆ.

ສະຖານທີ່
Institut français du Laos