ງານວັນດົນຕີ ທາງອອນລາຍ! ວັນຈັນ ທີ 21 ມິຖຸນາ 2021!

ງານວັນດົນຕີ ທາງອອນລາຍ! ວັນຈັນ ທີ 21 ມິຖຸນາ 2021! 17/06/2021 - 30/06/2021 | 18 h 00 - 20 h 00

ວັນຈັນທີ 21ນີ້, ກໍ່ຄືກັບທຸກໆວັນທີ 21 ເດືອນມິຖຸນາ ນັບຕັ້ງແຕ່ປີ 1982, ພວກເຮົາສະເຫຼີມສະຫຼອງການ ສະແດງດົນຕີທຸກຮູບແບບ. ສຳລັບປີນີ້, ສະຖາບັນຝຣັ່ງປະຈຳລາວ ພູມໃຈນຳສະເໜີບັນດານົກດົນຕີທັງ ໝົດ 6 ວົງ (ປະມານ30ທ່ານ) ທີ່ໄດ້ບັນທຶກການສະແດງດົນຕີກ່ອນວັນງານ ໃນຫົວຂໍ້ຂອງປີນີ້ : ເຄື່ອງດົນ ຕີລາວ ຫຼື ເພງລາວ! ເພາະວ່າການລະບາດຂອງພະຍາດໂຄວິດບໍ່ສາມາດຢຸດຢັ້ງ ວັດທະນະທຳໄດ້, ພວກເຮົາຂໍ ມອບແດ່ທຸກທ່ານການສະແດງພິເສດທາງອອນລາຍ!

ທ່ານສາມາດຮັບຊົມລາຍການເຕັມຂອງມື້ໄດ້! ພົບກັນຢູ່ໜ້າເພຈເຟສບຸກຂອງພວກເຮົາແຕ່ 6ໂມງແລງ ຫາ 8 ໂມງແລງ ວັນຈັນ ທີ 21 ມິຖຸຸນາ 2021!

ສະຖານທີ່