ງານວັນຢ້ຽມຊົມສະຖາບັນຝຣັ່ງ

ງານວັນຢ້ຽມຊົມສະຖາບັນຝຣັ່ງ 17/09/2022 | 10 h 30 - 16 h 30

ຢ່າພາດເດີ ! ຂໍເຊີນທຸກທ່ານມາຮ່ວມງານຕະຫຼາດນັດເປີດເທີມໃໝ່ ຫຼື  ວັນຢ້ຽມຊົມສະຖາບັນຝຣັ່ງ, ທີ່ຈະຈັດຂື້ນໃນວັນເສົາ ທີ 17 ກັນຍາ, ແຕ່ 10:30 ໂມງ ຫາ 16:30 ໂມງ.

ລາຍການຂອງງານຈະມີ : ຕະຫຼາດຂາຍເຄື່ອງຫັດຖະກຳ, ຮ້ານຂາຍອາຫານ, ການຂາຍປຶ້ມມືສອງ, ເກມຈົກສະຫຼາກ, ກິດຈະກຳສຳລັບເດັກນ້ອຍ, ກິລາເປຕັງ, ການໃຫ້ຂໍ້ມູນການຮຽນການສອນພາສາຝຣັ່ງ ແລະ ລາວ, ການໃຫ້ຂໍ້ມູນກ່ຽວກັບ ທຶນການສຶກສາ ໄປຮຽນຕໍ່ຕ່າງປະເທດ…

ງານເປີດກ້ວາງສຳລັບທຸກຄົນ, ເຂົ້າຊົມຟຣີ ! ຂໍເຊີນທຸກທ່ານຮ່ວມຫຼີ້ນເກມຈົກສະຫຼາກເພື່ອລຸ້ນຮັບເອົາລາງວັນທີ່ຫຼາກຫຼາຍ !

ສະຖານທີ່ : https://bit.ly/3qo2nzn

ສອບຖາມຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່ຫາ ສຸພາພອນ ທີ່ @-. ຫຼື .

ສະຖານທີ່
Institut français du Laos