ງານວັນເປີດເທີມໃໝ່

ງານວັນເປີດເທີມໃໝ່ 26/09/2020 | 10 h 00 - 15 h 00

ໃນປີນີ້ ສະຖາບັນຝຣັ່ງ ປະຈໍາລາວ ທີ່ ນະຄອນຫຼວງວຽງຈັນ ຈັດງານວັນເປີດເທີມໃໝ່ (ວັນຢ້ຽມຊົມສະຖາບັນ) ວັນເສົາ ທີ 26/09 ເວລາ 10 ມ ຫາ 15ມ ທີ່ ເດີ່ນຫຍ້າຂອງສະຖາບັນ. (ເລື່ອນຈາກວັນທີ 19/09, ຍ້ອນ ພາຍຸ Noul) ລາຍການຂອງງານກໍ່ຈະມີ : ຕະຫຼາດຂາຍເຄື່ອງຫັດຖະກຳຫຼາຍກວ່າ 25 ຮ້ານ, ຮ້ານຂາຍອາຫານ 4 ຮ້ານ, ການສອນສາທິດ ແລະ ວັດລະດັບ ພາສາຝຣັ່ງ, ພາສາລາວ ແລະ ພາສາອັງກິດ ຟຣີ, ການເລົ່ານິທານສຳລັບເດັກນ້ອຍໃນຫ້ອງສະໝຸດ, ການສາຍຮູບເງົາໃນໂຮງ, ເກມຈົກສະຫຼາກ, ການແຂ່ງເປຕັງ, ການຂາຍປຶ້ມມືສອງ, ແລະ ກໍ່ຍັງມີຫຼາກຫຼາຍກິດຈະກຳທີ່ຮ່ວມກັບຄູ່ຮ່ວມງານເຊັ່ນ : ການສະແດງການເຕັ້ນ, ການໂຊ ສີລະປະ, ການສະແດງດົນຕີສົດ ແລະ ອື່ນໆ.ງານເປີດກ້ວາງສຳລັບທຸກຄົນ, ບໍ່ໄດ້ເສຍຄ່າຜ່ານປະຕູ, ທີ່ພິເສດໄປກ່ວານັ້ນ, ທ່ານຍັງສາມາດຮ່ວມຫຼີ້ນເກມຈົກສະຫຼາກ ມີຂອງລາງວັນຫຼາກຫຼາຍ ເພື່ອໃຫ້ທ່ານໄດ້ລຸ້ນ !!!

ສອບຖາມຂໍ້ມູນເພີ່ມຕື່ມ, ກະລຸນາ ຕິດຕໍ່ທາງອີເມວ culture@if-laos.org

ສະຖານທີ່
Institut français du Laos