Les souvenirs

Les souvenirs 27/11/2019 | 18 h 00 - 20 h 00

ໃນຂອບຂອງງານເທດສະການຮູບເງົາເອີຣົບ, ສະຖານທູດຝຣັ່ງ ແລະ ສະຖາບັນຝຣັ່ງ ມີຄວາມຍິນດີຂໍນຳສະ ເໜີຮູບເງົາຕະຫລົກຢູ່ ສອງເລື່ອງຕໍ່ມວນຊົນຄື : ຮູບເງົາທີ່ນລໍ້າສະໄໝ ມີຊີວິດຊີວາ ແລະ ຕະຫລົກ, ທີ່ມີຊື່ວ່າ ເລຊູເວີເນຍ Les souvenirs ສ້າງຂຶ້ນໂດຍ ຊອງ-ໂປນ ລູເວິ Jean-Paul Rouve (ປີ 2015, ໃຊ້ເວລາ 1 ຊມ 36ນາທີ), ແລະ ຄວາມສຳເລັດທີ່ຍິ່ງໃຫຍ່ຂອງຄວາມຕະຫລົກຍຸກປີ 90, ແມ່ນເລື່ອງ ແອັງ ແອັງດຽງ ດັອງລາວີນ Un Indien dans la ville ສ້າງຂື້ນໂດຍ ແຮກເວ ປາລຸດ ໃຊ້ເວລາ 1ຊມ 34 ນາທີ (Hervé Palud, 1h34).

ແອັງ ແັອງດຽງ ດອັງລາວີນUn Indien dans la ville: ເມື່ອໃກ້ຈະຮອດຊ່ວງເວລາແຕ່ງງານກັບ ຊາລັອດ Charlotte, ສະເຕຟານ ມາກຊາໂດ Stéphane Marchado ໄປຊອກຫາພັນລະຍາຄົນທໍາອິດຂອງລາວ, ເປັນເວລາສິບສາມປີໃນຊົນເຜົ່າ ອາມາໂຊນີ ເພື່ອເຮັດໃຫ້ການຢ່າຮ້າງໃຫ້ຖືກຕ້ອງຕາມລະບຽບ.

ສະຖານທີ່
Institut français du Laos