ເດືອນະພຈິກເດືອນແຫ່ງດິຈິຕອລ

ເດືອນະພຈິກເດືອນແຫ່ງດິຈິຕອລ 30/10/2020 - 27/11/2020 | 0 h 00

ເດືອນະພຈິກເດືອນແຫ່ງດິຈິຕອລ

ການແຂ່ງແຂັນປະກວດວີດີໂອສັ້ນ

ສົ່ງວີໂອຂອງທ່ານມາປະກວດ, ມີຫຼາກຫຼາຍລາງວັນໃຫ້ທ່ານເລືອກ ( ອຸປະກອນນຳໃຊ້ໃນການສ້າງວີດີໂອ, ຄອສຮຽນພາສາຝຣັ່ງຟຣີ…) !

ສະຖາບັນຝຣັ່ງ ປະຈຳລາວ, ເຊີນຊວນໃຫ້ບັນດາຊ່ຽວຊານ ມືອາຊີບ ແລະ ມືສະໝັກຫຼິ້ນ ຜູ້ທີ່ມັກຮັກໃນການສ້າງຮູບເງົາ ທີ່ມີອາຍຸແຕ່ 18 ປີຂຶ້ນໄປ ເຂົ້າຮ່ວມປະກວດແຂ່ງຂັນວີດີໂອໂດຍການສ້າງວີດີໂອສັ້ນ 1 ນາທີ ພາຍໃຕ້ຫົວຂໍ້ ” ຕົວເມືອງ “. ຜູ້ທີ່ສົ່ງວີດີໂອເຂົ້າປະກວດຄັ້ງນີ້ອາດຈະເປັນນັກສຶກສາ, ຜູ້ກຳກັບວີດີໂອໜຸ່ມ ຫຼື ຜູ້ທີ່ມີພອນສະຫວັນໃນການສ້າງຮູບເງົາ.

ແບບຟອມສະໝັກ ທ່ານສາມາດສະໝັກດາວໂລດໄດ້ທີ່ເວັບໄຊ້ຂອງສະຖາບັນຝຣັ່ງ : http://www.if-laos.org ວີດີໂອທີ່ທ່ານສ້າງສາມາດສົ່ງມາທາງອີເມວ culture@if-laos.org ຫຼື ວັອດແອັບ 02055531764 ກ່ອນວັນຈັນ ທີ 23 ເດືອນ ພະຈິກ 2020.

ການມອບລາງວັນໃຫ້ແກ່ຜູ້ຊະນະເລີດການປະກວດວີດີໂອ ແມ່ນວັນທີ 27 ພະຈິກ 2020

ສະຖານທີ່
Institut français du Laos