ເລື່ອນວັນເວລາຈັດງານອອກໄປສຳລັບ ວັນຢ້ຽມຊົມ ສະຖາບັນຝຣັ່ງ / ພາຍຸໝຸນເຂດຮ້ອນ Noul

ເລື່ອນວັນເວລາຈັດງານອອກໄປສຳລັບ ວັນຢ້ຽມຊົມ ສະຖາບັນຝຣັ່ງ / ພາຍຸໝຸນເຂດຮ້ອນ Noul 18/09/2020 - 20/09/2020 | ຫມົດ​ມື້

ພາຍຫຼັງການປະກາດເຕືອນໄພ ພາຍຸໝຸນເຂດຮ້ອນ Noul * ເລີ່ມແຕ່ວັນທີ 18 ຫາ 20 ກັນຍາ 2020 ແລະ ເພື່ອເປັນການລະມັດລະວັງ, ສະຖາບັນຝຣັ່ງຕ້ອງໄດ້ເລື່ອນ ວັນເວລາຈັດງານ ວັນຢ້ຽມຊົມ ສະຖາບັນຝຣັ່ງອອກໄປອີກໜຶ່ງອາທິດ.

ດັ່ງນັ້ງ ງານດັ່ງກ່າວຈະຈັດຂື້ນໃນວັນເສົາ, ວັນທີ 26 ກັນຍາ 2020 ໃນເວລາດຽວກັນ, ໂດຍມີລາຍການອັນດຽວກັນ.

ຂໍຂອບໃຈ ທຸກທ່ານທີ່ເຂົ້າໃຈ

* ແຈ້ງການຈາກສະຖານທູດຝຣັ່ງ, ບົດຂ່າວແຈ້ງເຕືອນພາຍຸໝຸນເຂດຮ້ອນລວມທັງການເຕືອນໄພພາຍຸຈາກກົມອຸຕຸນິຍົມ

 

ສະຖານທີ່
Institut français du Laos