ເທດສະການສຸຂະພາບຈິດ ແລະ ກາຍໃຈ

ເທດສະການສຸຂະພາບຈິດ ແລະ ກາຍໃຈ 28/01/2023 - 18/02/2023 | 10 h 00 - 17 h 30

“ສິລະປະແມ່ນສິ່ງປອບໃຈຜູ້ທີ່ຈິດໃຈແຕກສະຫຼາຍໃນຊີວິດ.” – Vincent van Gogh.

ເຈົ້າສະແດງຄວາມຮູ້ສຶກແລະອາລົມແນວໃດ?
ເຈົ້າມັກເວົ້າກັບໝູ່ຂອງເຈົ້າ, ຂຽນມັນລົງ, ເກັບໄວ້ກັບຕົວເອງ, ຫຼື ສະແດງອອກໃນຮູບແບບສິລະປະ?
ເຂົ້າຮ່ວມກັບພວກເຮົາ ໃນງານວາງສະແດງສິລະປະ ຫົວຂໍ້ ສຸຂະພາບຈິດ, ເທສະການສຸຂະພາບຈິດ ແລະ ກາຍໃຈ.
ງານສິລະປະແມ່ນມາຈາກ ສິລະປິນ ຈາກຫຼາກຫຼາຍພາກສ່ວນ, ໂຮງຮຽນວິຈິດສິນແຫ່ງຊາດ, ແລະ ບຸກຄົນທົ່ວໄປ.
ທີ່ສະຖາບັນຝຣັ່ງ.
ວັນຈັນ-ເສົາ 10:00 – 17:30
ອາທິດ 13:00-17:00

ສະຖານທີ່
Institut français du Laos