ງານນິທັດສະການຮູບພາບ ຂອງ ແຂວງຄຳມ່ວນ

ງານນິທັດສະການຮູບພາບ ຂອງ ແຂວງຄຳມ່ວນ 25/03/2022 - 08/04/2022 | 9 h 00 - 18 h 00

ງານນິທັດສະການຮູບພາບ ຢູູ່ ສະຖາບັນຝຣັັ່ງ ທີ່ ນະຄອນຫຼວງວຽງຈັນ ຂອງ ອົງການເຕຕຼັກຕິສ໌
ເລີ່ມຕັັ້ງແຕ່ວັນທີ 25 ມີນາ 2022 ຈົນເຖິງວັນທີ 08 ເມສາ 2022 | ເວລາ 9ໂມງເຊົ້າ ຫາ 6ໂມງ ແລງ.

ງານນິທັດສະການຮູບພາບກ່ຽວກັບພູມສັນຖານທີ່ມເອກະລັກພິເສດສະເພາະຕົວຂອງພູຫີນປູນໂດຍ
ໂຄງການ KARST= ຫີນປູນ (ຄຳມ່ວນ-ອາກແດັດສ໌ ຍຸດທະສາດຂອງການພັດທະນາດິນແດນ)
ວິດີໂອ, ບົດສຳພາດ,ຮູບພາບ, ປະຫວັດຄວາມເປັນມາຂອງພູຫີນປູນ ແຂວງ ອາກແດດສ໌ ກໍຄືກັນກັບແຂວງຄາມ່ວນ ທີ່ມພູມສັນຖານອັນເກົ່າແກ່ຫຼາຍພັນປີ,ເປັນທີ່ຮູູ້ຈັກ ດູ້ວຍບັນດາຖໍ້າ, ແມ່ນ້ຳ, ກຸ່ມພູຜາຫີນ ແລະ ປູ່າດົງດິບ. ການປະເຊີນຫນູ້າຕໍໍ່ການເປີດຮັບ ການທ່ອງທ່ຽວຕໍໍ່ກັບພື້ນທີ່ພິເສດ, ຄຽງຄູ່ບັນຫາພົ້ນເດັັ່ນທີ່ເກີດຂຶ້ນນີ້ ແລະ ການຮຽກຮູ້ອງຕໍໍ່ການຕອບສະຫນອງທີ່ເຫມາະສົມ. ເປັນເວລາ 20 ປີມາແລູ້ວທີ່ການຮ່ວມມືກັນແບບທຸກພາກສ່ວນ ມີສ່ວນຮ່ວມແມ່ນໄດູ້ດຳເນີນປະຕິບັດມາລະຫວ່າງ ຂົງເຂດ ໂອແວກເຍິ ໂຣນອານເປິ ແລະ ແຂວງຄາມ່ວນ, ປະເທດລາວ. ຕໍໍ່ກໍລະນີດັັ່ງກ່າວ,ນັບຕັັ້ງແຕ່ປີ 2009 ເປັນຕົ້ນມາ, ອົງການເຕຕຼັກຕິດສ໌ໄດູ້ສະຫນັບສະຫນູນທາງດ້ານວິຊາການ ແລະ ອຳນາດການປົກຄອງທ້ອງຖິີ່ນກ່ຽວກັບ ການພັດທະນາການທ່ອງທ່ຽວ ເເບບອະນຸລັກທຳມະຊາດ. ເປົົ້າຫມາຍໂດຍລວມແມ່ນສະຫນັບສະຫນູນແຂວງຄຳມ່ວນໃນການຈັດຕັັ້ງປະຕິບັດໃນຮູບແບບການເສີມຂະຫຍາຍທ້ອງຖິີ່ນ, ການພັດທະນາການທ່ອງທ່ຽວແບບຍືນຍົງ ແລະ ການບໍລິຫານຈັດການໃນຂັັ້ນທ້ອງຖິີ່ນ. ເຊິິ່ງເປັນແນວທາງທີ່ທົ່ວໂລກໃຊ້ໃນການຂັບເຄືີ່ອນ, ທຳຄວາມເຂົັ້າໃຈກັບບັນຫາທີ່ທ້າທາຍຄວາມຮູູ້ຄວາມສາມາດ ແລະ ການປົກປັກຮັກສາທີ່ນຳໄປສູ່ການສ້າງຄຸນຄ່າທາງດ້ານເສດຖະກິດໃນໄລຍະຍາວ,ພາຍໃຕ້ພື້ນທີ່ທາງທຳມະຊາດ ຂອງ ຂົງເຂດ. ແຂວງຄຳມ່ວນສຳລັບຊ່ຽວຊານເປັນດັັ່ງສະຖານທີ່ໆສາຄັນໃນການອະນຸລັກຮັກສາບັນດາຊີວະນາໆພັນທີ່ຈຳເປັນ ແລະ ສຳຄັນໃນລະດັບໂລກ. ໂດດເດັັ່ນດ້ວຍລັກສະນະທີ່ແຕກຕ່າງ ແລະ ພິເສດທາງດ້ານທໍລະນສາດ (ຫີນປູນ) ແລະ ສະພາບອາກາດ (ໃນເຂດແດນສາຍພູຫຼວງ). ພູຫີນປູນອັນກວ້າງໃຫຍ່ ຂອງ ແຂວງຄຳມ່ວນນີ້ເປັນຫນຶ່ງໃນສະຖານທີ່ ທີ່ມີທຳມະຊາດທີ່ສວຍສົດງົດງາມທີ່ສຸດໃນປະເທດລາວ, ທີ່ປະກອບໄປດ້ວຍບັນດາຖໍ້າຕ່າງໆ ແລະ ແມ່ນໍ້າຫຼາຍສາຍ. ຍອູ້ນຄວາມແຕກຕ່າງຂອງນິເວດວິທະຍາ ທີ່ສາຄັນ ແລະ ຄວາມຫຼາກຫຼາຍທາງດ້ານຊີວະວິທະຍາ, ພູຫີນປູນເປັນດັັ່ງທີ່ພັກອາໄສທີ່ສຳຄັນສຳລັບຊີວະນາໆພັນທີ່ສຳຄັນຈຳເພາະໃນຂົງເຂດນີ້. ໃນຂອບເຂດຄວາມຮັບຜິດຊອບຂອງອົງປະກອບ 1 karst: ແຂວງຄາມ່ວນ-ເຂດອາກແດດສ໌ ຍຸດທະສາດຂອງການພັດທະນາດິນແດນ ເປັນສ່ວນຫນຶ່ງ ຂອງໂຄງການ ທ່ອງທ່ຽວແບບອະນຸລັກທຳມະຊາດ ແຂວງຄຳມ່ວນ, ທີ່ໄດ້ຮັບການສະຫນັບສະຫນູນ ຈາກອົງການພັດທະນາຂອງຝຣັັ່ງ, ອົງການຈັດສາກົນເຕຕຼັກຕິສ໌ ແລະ SMERGC (ອົງການບໍລິຫານຖໍ້າໂຊວເວ້) ນຳສະເໜີທິດທາງການວາງແຜນກິດຈະກຳຕ່າງໆເຊັັ່ນ (ງານວາງສະແດງ ແລະ ກອງປະຊຸມ) ແລະ ໄດ້ເອົາໃຈໃສ່ຢ່າງໃກ້ສິດໃນການສ້າງສຳພັນ ເຊືີ່ອມໂຍງລະຫວ່າງພູມສັນຖານຫີນປູນ ແລະ ປະຊາຊົນຂອງເຂດນັັ້ນໆ.
ທ່ານສາມາດສອບຖາມຂໍໍ້ມູນເພີ່ມເຕີມໄດູ້ທີ່:

  • ທ່ານນາງ ເປຣິນ ອາສິແອຣ໌ : ardeche.khammouane@gmail.com
  • ທ່ານ ນາງໂພໄຊ ສມຸກດາ: po55simouka@gamil.com
  • ທ່ານ ນາງ ສຸກທະວ ຫຼວງລາດ: Is.luanglath@gmail.com
    ສະຖານທີ່ຈັດງານ
    ສະຖາບັນຝຣັັ່ງ ປະຈາ ສປປ ລາວ


    info@if-laos.org
    Tel : (856-21)215764

 

 

ສະຖານທີ່
Institut français du Laos