TV5MONDE

TV5MONDE 01/07/2023 - 31/07/2023 | 0 h 00

ໃນປີນີ້ອີກເທື່ອໜຶ່ງກັບຊ່ອງໂທລະພາບ TV5MONDE ອາຊີ ທີ່ຈະພາທ່ານໄປສູ່ຖະໜົນທີ່ສວຍງາມທີ່ສຸດໃນໂລກ, ສູ່ໃຈກາງຂອງຂະບວນແຫ່ ໃນວັນທີ 14 ກໍລະກົດ!

ທ່ານຮູ້​ບໍ່ ? ວັນຊາດຝຣັ່ງ ທີ 14 ກໍລະກົດ ສະເຫຼີມສະຫຼອງໄຊຊະນະຂອງການບຸກໂຈມຕີຄຸກ Bastille ແລະ ເປັນຂີດໝາຍຂອງການສິ້ນສຸດຂອງລະບອບຣາຊາທິປະໄຕ. ນັບ​ແຕ່​ປີ 1918 ​ເປັນ​ຕົ້ນ​ມາ, ຝຣັ່ງ​ໄດ້​ຈັດ​ການ​ແຫ່​ຂະ​ບວນ​ທາງ​ການ​ທະຫານ​ຢູ່ Champs-Elysées ​ເພື່ອ​ສະ​ເຫຼີ​ມສະຫຼອງ​ເຫດການ​ນີ້.

ພົບກັນໃນວັນທີ 14 ກໍລະກົດ ເວລາ 15:00 ໂມງ ເພື່ອຮັບຊົມງານວັນຊາດຝຣັ່ງ ; ຜ່ານການຖ່າຍທອດສົດທາງຊ່ອງໂທລະພາບ TV5MONDE ອາຊີ/ປາຊີຟິກ.

ແລະ ສໍາລັບຄົນທີ່ມັກ ປະຫວັດສາດ, ມີລາຍການພິເສດມານຳສະເໜີໃນເດືອນກໍລະກົດ ໂດຍມີການຄັດເລືອກເອົາຮູບເງົາ ແລະ ລະຄອນ ກ່ຽວກັບເຫດການຂອງສົງຄາມໂລກຄັ້ງທີສອງມາສາຍ. ເຂົ້າເບິ່ງການຄັດເລືອກທັງໝົດໄດ້ທີ່ນີ້: http://bit.ly/3D0_TV5MONDEapac

ຖ້າທ່ານຍັງບໍ່ໄດ້ເປັນສະມາຊິກທາງອອນລາຍຂອງຊ່ອງໂທລະພາບ TV5MONDE, ທ່ານສາມາດໃຊ້ປະໂຫຍດຈາກການເຂົ້າທົດລອງໃຊ້ຟຣີໄດ້ 15 ວັນ ທາງນີ້ apac.tv5monde.com!

ສະຖານທີ່