ຮຽນກຽມສອບເສັງ DELF Junior
ເຈົ້າຕ້ອງການສອບເສັງ DELF ມັດຖະຍົມຜ່ານ ແລະ ທົດສອບຄວາມສາມາດພາສາຝຣັ່ງຂອງເຈົ້າບໍ່? ຫຼັກສູດກຽມ DELF ມັດຖະຍົມ ຂອງພວກເຮົາມາຊ່ວຍເຈົ້າແລ້ວ ເພື່ອໃຫ້ເຈົ້າບັນລຸເປົ້າຫມາຍ! ເໝາະສຳລັບໄວໜຸ່ມທີ່ມີອາຍຸແຕ່ 12 ຫາ 17 ປີ. ດ້ວຍຫຼັກສູດການກຽມສອບເສັງ DELF ມັດຖະຍົມຂອງພວກເຮົາ, ເຈົ້າຈະໄດ້ມີຄວາມກຽມພ້ອມທີ່ດີ ແລະ ພ້ອມທີ່ຈະໄດ້ຮັບໃບປະກາດ, ພ້ອມກັບໄດ້ພັດທະນາທັກສະພາສາຝຣັ່ງຂອງເຈົ້າເພື່ອອະນາຄົດທີ່ສົດໃສ. ມາຮ່ວມກຽມກັບພວກເຮົາ ແລະ ເຮັດໃຫ້ຄວາມສໍາເລັດຂອງເຈົ້າເປັນຈິງ! ເວລາຮຽນກຽມ : ວັນອັງຄານ ຫາ ວັນສຸກ...

ຫ້ອງຮຽນພາສາຝຣັ່ງສຳລັບໄວໜຸ່ມ
ຄອສພາສາຝຣັ່ງສຳລັບໄວໜຸ່ມຂອງພວກເຮົາແມ່ນອອກແບບມາເພື່ອໃຫ້ເໝາະສົມໃນການຊ່ວຍໄວໜຸ່ມພັດທະນາທັກສະພາສາດ້ວຍຄວາມມ່ວນ ແລະ ໃຫ້ມີສ່ວນຮ່ວມໃນຫ້ອງຮຽນ. ມັນຈະຊ່ວຍໃນການຮຽນ, ການທ່ອງທ່ຽວ ຫຼືຈະຮຽນເພື່ອໃຫ້ເກັ່ງຂຶ້ນກໍ່ໄດ້. ມາຮຽນກັບພວກເຮົາ ຈະໄດ້ທັງຄວາມມ່ວນ ແລະ ເສີມສ້າງຄວາມໝັ້ນໃຈໃນໂຕເອງ! ໂອກາດດີໆແບບນີ້ບໍ່ຄວນພາດ! ເປີດເທີມໃຫມ່ໃນວັນທີ 3 ພຶດສະພາ 2025! ຂໍ້ມູນເພີ່ມເຕີມ : Tel: (856-21) 215 764 WhatsApp: (856-20) 5594 4819 Email: accueil@if-laos.org

ຫ້ອງຮຽນພາສາຝຣັ່ງສຳລັບເດັກນ້ອຍ
ຄອສພາສາຝຣັ່ງສຳລັບເດັກນ້ອຍຂອງພວກເຮົາແມ່ນອອກແບບມາໃຫ້ການຮຽນພາສາຝຣັ່ງມີຄວາມມ່ວນຊື່ນ ແລະ ໜ້າຕື່ນເຕັ້ນ. ພວກເຂົາຈະສາມາດຮຽນຮູ້ທັກສະດ້ານການເວົ້າ, ການຟັງ, ການຂຽນ ໄປກັບເກມ ແລະ ກິດຈະກຳມ່ວນໆ. ເລືອກຮຽນພາສາຝຣັ່ງທີ່ສະຖາບັນຝຣັ່ງຂອງພວກເຮົາເພື່ອເປີດໂອກາດສູ່ການສຶກສາ ແລະ ກະຕຸ້ນຄວາມຢາກຮູ້ຢາກຮຽນໃນໂຕຂອງພວກເຂົາ! ເປີດເທີມໃໝ່ ວັນທີ 3 ພຶດສະພາ 2025, ທຸກໆເຊົ້າວັນເສົາ, ຮຽນກັບອາຈານສອນເກັ່ງ, ໃຈດີ ທີ່ຈະນຳພາລູກຂອງທ່ານມ່ວນຊື່ນ, ເພີດເພີນໄປກັບການຮຽນ, ທີ່ເຂົ້າໃຈງ່າຍ, ເປັນໄວ ແລະ ໄດ້ຄຸນນະພາບຢ່າງແທ້ຈິງ ! ລົງທະບຽນໃຫ້ລູກທ່ານໄດ້ແຕ່ມື້ນີ້ເປັນຕົ້ນໄປ! ຂໍ້ມູນເພີ່ມເຕີມ :...

ເປີດປະມູນ ຮ້ານກາເຟ-ຮ້ານອາຫານ
ເປີດປະມູນ ຮ້ານກາເຟ-ຮ້ານອາຫານ ເພື່ອສຳປະທານການໃຫ້ບໍລິການອາຫານຢູ່ສະຖາບັນຝຣັ່ງປະຈຳລາວ. ສຳລັບທ່ານໃດທີ່ສົນໃຈເຂົ້າເບິ່ງສະຖານທີ່ ແລະ ເອົາຂໍ້ມູນການສະໝັກ, ກະລຸນາຕິດຕໍ່ຫາເຮົາ ທາງອີເມວນີ້ໄດ້ເລີຍ : secretariat@if-laos.org ສົ່ງກ່ອນວັນທີ 31 ເດືອນ ພຶດສະພາ 2025 ເຂົ້າເບິ່ງລາຍລະອຽດໄດ້ທີ່ນີ້ : http://www.if-laos.org/wp-content/uploads/2025/03/cafe-restaurant-2025.pdf

ສາຍຮູບເງົາ ປະຈຳເດືອນພຶດສະພາ
ສາຍຮູບເງົາ ປະຈຳເດືອນພຶດສະພາ | AGENDA CINÉMA MAI 2025 Version Française sous-titrée anglais / ພາກສຽງພາສາຝຣັ່ງ ບັນຍາຍພາສາອັງກິດ / French version English subtitles. ສາຍທຸກໆວັນສຸກ / Tous les vendredis / Every Friday - 18:30 ສາຍຮູບເງົາເໝາະສຳລັບທຸກຄົນ...

ຫ້ອງຮຽນພາສາຝຣັ່ງສຳລັບຜູ້ໃຫຍ່
ຮຽນຮູ້, ຝຶກຝົນ, ປະສົບຜົນສຳເລັດ! ເປີດເທີມໃໝ່ສຳລັບຫ້ອງຮຽນພາສາຝຣັ່ງ ໃນວັນທີ 11 ມັງກອນ 2025, ທີ່ ສະຖາບັນຝຣັ່ງ! ເຈົ້າຢາກພັດທະນາທັກສະພາສາຝຣັ່ງຂອງເຈົ້າບໍ່? ຄອສຮຽນພາສາຝຣັ່ງສຳລັບຜູ້ໃຫຍ່ຂອງພວກເຮົາແມ່ນອອກແບບມາໃຫ້ເໝາະສົມກັບການຮຽນພາສາຂອງເຈົ້າໂດຍຈະມີທັງທັກສະການຟັງ, ການອ່ານ, ການຂຽນ ແລະການເວົ້າ. ເຈົ້າສາມາດໃຊ້ໃນການເຮັດວຽກ, ທ່ອງທ່ຽວ ຫຼື ຄວາມມັກຮັກໃນພາສາ ຫຼັກສູດການຮຽນຂອງພວກເຮົາແມ່ນຈະເຮັດໃຫ້ເຈົ້າໄດ້ຝຶກ ແລະ ພັດທະນາຢ່າງແນ່ນອນ. ມາຮ່ວມຮຽນກັບພວກເຮົາເພື່ອເສີມຄວາມໝັ້ນໃຈໃນພາສາຝຣັ່ງໄດ້ເລີຍ!! ລົງທະບຽນໄດ້ແຕ່ມື້ນີ້ເປັນຕົ້ນໄປ ແລ້ວເຮັດໃຫ້ພາສາຝຣັ່ງເປັນກະແຈສູ່ຄວາມສຳເລັດຂອງເຈົ້າ! ຂໍ້ມູນເພີ່ມເຕີມ : Tel: (856-21) 215...

1 2