ຮຽນພາສາຝຣັ່ງທົ່ວໄປ

ຮຽນພາສາຝຣັ່ງທົ່ວໄປ

ສະຖາບັນຝຣັ່ງ ແມ່ນ ສູນກາງທີ່ເປັນບ່ອນອ້າງອີງ ເພື່ອການຮຽນພາສາຝຣັ່ງ ຢູ່ ສປປ ລາວ, ຫຼັກສູດທີ່ພວກເຮົານໍາສະເໜີແມ່ນມີຄວາມສອດຄ່ອງກັບຜູ້ຮຽນທຸກເພດໄວ: ບໍ່ວ່າຈະແມ່ນ ເດັກ, ໄວໜຸ່ມ, ນັກຮຽນ, ນັກສຶກສາ ແລະ ນັກຮຽນຮູ້ປັນຍາຊົນທົ່ວໄປ. ໂດຍທົ່ວໄປແລ້ວ, ສູນພາສາຝຣັ່ງ ທີ່ ຫຼວງພະບາງ ຈະຈັດ ການຮຽນ-ການສອນ 4 ເທີມ ຕໍ່ປີ ໂດຍໃຊ້ເວລາຮຽນ 20-40 ຊົ່ວ ໂມງຕໍ່ເທີມ. ສ່ວນຫຼາຍການຮຽນ-ການສອນຂອງພວກເຮົາຈະຈັດໃນຕອນແລງໂດຍເລີ່ມແຕ່ 16 h 30 ເປັນຕົ້ນໄປ. ໂດຍເລີ່ມແຕ່ລະດັບ A1 ຮອດ B2 ແລະ ນຳໃຊ້ຕຳລາແບບຮຽນທີ່ໃຊ້ສອນພາສາຝຣັ່ງໂດຍສະເພາະ.

ການຮຽນກຽມເສັງ DELF

ນອກຈາກນີ້, ທາງສູນຂອງພວກເຮົາ ຍັງເປີດສອນເພື່ອກຽມເສັງ ໃບປະກາດ DELF ທີ່ຢັ້ງຢືນຮັບຮອງ ໂດຍ ກະຊວງສຶກສາທິການ ຂອງຝຣັ່ງ ທີ່ ປະກອບມີ 4 ລະດັບ ຕາມມາດຕະຖານ ຂອງ CECR (Le Cadre européen de référence pour les langues) ເຊິ່ງໃບປະກາດດັ່ງກ່າວຈະຊ່ວຍຢັ້ງຢືນລະດັບພາສາຝຣັ່ງໃຫ້ແກ່ຜູ້ທີ່ມີຈຸດປະສົງ ສຶກສາຕໍ່ ຢູ່ປະເທດຝຣັ່ງ ແລະ ຢູ່ບັນດາປະເທດທີ່ໃຊ້ພາສາຝຣັ່ງ. ດັ່ງທີ່ຮັບຊາບ, ສະຖາບັນຝຣັ່ງ ເປັນອົງການຈັດຕັ້ງແຫ່ງດຽວ ທີ່ຖືກຮັບຮອງ ອະນຸຍາດ ຈາກ ລັດຖະບານຝຣັ່ງ ເພື່ອຈັດການສອບເສັງ ເອົາໃບປະກາດ DELF ຢູ່ ສປປລາວ.

ຮຽນພາສາລາວ

ຈະຈັດມີ 4 ເທີມຕໍ່ປີ ສຳລັບການຈັດການຮຽນ-ການສອນພາສາລາວໂດຍໃຊ້ເວລາ 20 ຊົ່ວໂມງຕໍ່ເທີມ ເຊິ່ງປະກອບມີສອງຮູບແບບການເຝິກອົບຮົມຄື:

  • ລະດັບເລີ້ມຕົ້ນ: ເລີ່ມຮຽນຕົວອັກສອນລາວ ແລະ ການທັກທາຍສະບາຍດີ ຕາມຊີວິດປະຈຳວັນ ທີ່ເຄີຍໃຊ້ ໂດຍສົນທະນາປາກຕໍ່ປາກ.
  • ລະດັບປານກາງ: ສົນທະນາປາກຕໍ່ປາກ, ຮຽນອ່ານ ແລະ ຂຽນພາສາລາວ.

ສຳລັບຄູສອນແມ່ນຄູຄົນລາວທີ່ມີປະສົບການສອນພາສາຝຣັ່ງມາຫຼາຍປີ.

ຮຽນສາຍວິຊາການສະເພາະ ແລະ ຮຽນພິເສດ

ສູນຂອງພວກເຮົາໄດ້ຈັດ ການຮຽນ-ການສອນພາສາຝຣັ່ງ ດ້ານການທ່ອງທ່ຽວ ທີ່ສ່ອດຄ່ອງກັບຄູ-ອາຈານ ແລະ ບຸກຄົນທີ່ຢາກຊອກຮູ້ທາງດ້ານພາສາທີ່ເນັ້ນໃສ່ ການເຮັດວຽກເຮືອນພັກ, ໂຮງແຮມ ແລະ ຮ້ານອາຫານຕ່າງໆ.

ທ້າຍນີ້, ສະຖາບັນຝຣັ່ງ ສາມາດຈັດຊົ່ວໂມງສອນພິເສດ ແລະ ອອກແບບການສອນຕາມລະດັບ (ເນື້ອໃນການສອນ) ຕາມຄວາມຕ້ອງການ ແລະ ຄວາມສະດວກ ຂອງທ່ານ.

ທ້າຍນີ້, ທ່ານສາມາດເຂົ້າໄປດາວໂຫຼດໂບລຊົວທີ່
ຊີ້ແຈງລາຍລະອຽດຕາມຄວາມຕ້ອງການຂອງທ່ານໄດ້ດັ່ງລຸ່ມນີ້:

ຄ່າຮຽນ

ບໍ່ມີກິດຈະກໍາ