ກັອມປູດສ໌ຝຣັ່ງ ແມ່ນຫຍັງ ?
ສູນຂໍ້ມູນ ສໍາລັບ ການສຶກສາ ທີ່ ປະເທດຝຣັ່ງ. ໃຫ້ຄວາມຊ່ວຍເຫຼືອຢ່າງໃກ້ຊິດ ແກ່ ບັນດານັກສຶກສາ ທີ່ກຽມໄປຮຽນຕໍ່ ທີ່ ປະເທດຝຣັ່ງ. ປະຊາສໍາພັນຂໍ້ມູນຂ່າວສານ ໃນ ບັນດາໂຮງຮຽນ ແລະ ມະຫາວິທະຍາໄລ ເພື່ອນໍາສະເໜີ ຫຼັກສູດການຮຽນຂັ້ນສູງຝຣັ່ງ.
ຫາກ ທ່ານເປັນນັກສຶກສາ ?
ທ່ານສາມາດ ຕິດຕໍ່ຫາ ຜູ້ຮັບຜິດຊອບ ກັອມປູດສ໌ຝຣັ່ງ ເພື່ອສອບຖາມລາຍລະອຽດ. ສາມາດນັດພົບກັບຜູ້ຮັບຜິດຊອບ ວັນຈັນ ຫາ ວັນສຸກ, ເວລາ 9ມ-12ມ ແລະ 14ມ-17ມ, ເພື່ອຮັບຄໍາແນະນໍາ ທີ່ເປັນປະໂຫຍດ, ຊ່ວຍເຫຼືອໃນການປະກອບສໍານວນເອກະສານຂໍທຶນການສຶກສາ, ນໍາພາຕິດຕາມ ໃນທຸກຂັ້ນຕອນ ການລົງທະບຽນຮຽນ ຕະຫຼອດຮອດ ການກະກຽມເດີນທາງໄປຝຣັ່ງ.
ຫາກ ທ່ານເປັນ ຜູ້ອໍານວຍການ ຫຼື ອາຈານສອນ ໃນ ໂຮງຮຽນ ຫຼື ມະຫາວິທະຍາໄລ?
ກັອມປູດສ໌ຝຣັ່ງ ຈັດການປະຊຸມ ໃນຫ້ອງຮຽນ ໂດຍບໍ່ໄດ້ເສຍຄ່າ ເພື່ອປະຊາສໍາພັນ ຂໍ້ມູນກ່ຽວກັບ ວຽກງານການສຶກສາຂັ້ນສູງ ທີ່ ປະເທດຝຣັ່ງ (ການປະຊຸມ ສາມາດດໍາເນີນໄປ ໂດຍໃຊ້ ພາສາອັງກິດ ແລະ ຝຣັ່ງ).
ຕິດຕໍ່ພົວພັນ :
ສະຖາບັນຝຣັ່ງ ປະຈໍາລາວ
ຖະໜົນລ້ານຊ້າງ, ຕູ້ ປ.ນ 6572 ນະຄອນຫຼວງວຽງຈັນ
ອີເມວ : campusfrance@if-laos.org
ເວບໄຊ : https://web.facebook.com/campusfrance.laos
![]() ຫຼັກສູດຮຽນກຽມເສັງ DELF ລະດັບ B2 Get ready to succeed with confidence! > 30 Hours of focused training to prepare for your exam >o< Registration: 13 – 25 October 2025 @Institut français... |
|
![]() Inscriptions aux examens DELF/DALF Tout public 2025! Inscriptions : du 13 au 25 octobre 2025. Feuille inscription disponible à l'accueil ! Ton inscription, c’est le premier pas vers la réussite.... |