ກາເຟ-ຄອນເສີດ – BLACKMAGIC – ກຳມະລາ & ເປີດຮ້ານອາຫານໃໝ່ “ລາໂປສໂຕຣບ”

ກາເຟ-ຄອນເສີດ - BLACKMAGIC - ກຳມະລາ & ເປີດຮ້ານອາຫານໃໝ່ "ລາໂປສໂຕຣບ" 15/01/2021 | 19 h 30 - 21 h 00

ສະຖາບັນຝຣັ່ງ ເລີ່ມຕົ້ນປີທີ່ດີກັບການສະແດງຄອນເສີດ ຂອງວົງ BLACKMAGIC, ກຳມະລາ (ນັກຮ້ອງ) & ມົດ (ມືກີຕ້າ) ເນື່ອງໃນໂອກາດເປີດຮ້ານອາຫານໃໝ່ຂອງສະຖາບັນຝຣັ່ງ, ທີ່ເອີ້ນວ່າ ຮ້ານອາຫານ ລາໂປສໂຕຣບ (ປຸ່ງແຕ່ງໂດຍຮ້ານລາແດຣຊ), ໃນວັນສຸກທີ 15 ມັງກອນ 2021 ເວລາ 1930. ທີ່ສະຖາບັນຝຣັ່ງ. ຄ່າເຂົ້າຊົມຄອນເສີດຟຣີ.

ກຳມະລາ ແມ່ນນັກຮ້ອງໜຸ່ມນ້ອຍທີ່ມີພອນສະຫວັນຫຼາຍ, ແລະ ມືກີຕາກີຕ້າ, ມົດ ມີຄວາມສາມາດທີ່ສົມບູນແບບທີ່ຈະ ຮ່ວມບັນເລງໄປນຳກັນກັບລາວ. ລາວມາຈາກຄອບຄົວນັກດົນຕີ, ກຳມະລາ ເລີ່ມຮ້ອງເພງຕັ້ງແຕ່ຍັງນ້ອຍ. ປະຈຸບັນລາວ ກຳລັງສຶກສາການຜະລິດສຽງ ຢູ່ທີ່ປະເທດອົດສະຕາລີ, ແລະ ລາວຈະມາຮ້ອງເພງທີ່ລາວແຕ່ງເອງມີຢູ່ 3 ບົດເພງ ແລະ ໂຄເວີ້ເພງສາກົນ ໃນຄ່ຳຄືນວັນທີ 15 ມັງກອນ.

ສະຖານທີ່
Institut français du Laos