ການບໍລິຈາກເປຍໂນໂດຍ ທ່ານນາງ ແລະ ທ່ານ Timothy Edwards ໃຫ້ສະຖາບັນຝຣັ່ງ

ການບໍລິຈາກເປຍໂນໂດຍ ທ່ານນາງ ແລະ ທ່ານ Timothy Edwards ໃຫ້ສະຖາບັນຝຣັ່ງ 12/07/2021 - 31/10/2021 | ຫມົດ​ມື້

ວັນທີ 12 ກໍລະກົດ ປີ 2021, ທ່ານ Timothy Edwards, ຜູ້ຮັບຜິດຊອບຫ້ອງການສະຖານທູດການາດາ ປະຈຳລາວ, ແລະ ພັນລະຍາ ໄດ້ບໍລິຈາກເປຍໂນຂອງພວກເຂົາໃຫ້ສະຖາບັນຝຣັ່ງ. ກ່ອນທີ່ຈະໄປຈາກປະເທດລາວ ບ່ອນທີ່ພວກເຂົາອາໄສຢູ່ຢ່າງສວຍງາມປັນເວລາສາມປີ, ທ່ານນາງ & ທ່ານ Edwards ໄດ້ຕັດສິນໃຈມອບເປຍໂນ Baldwin ທີ່ຜະລິດຈາກປະເທດອາເມລິກາ, ເຊິ່ງຈະຊ່ວຍໃຫ້ບັນດານັກເປຍໂນ ໃນນະຄອນຫຼວງວຽງຈັນ, ຜູ້ເລີ່ມຕົ້ນຮຽນ ຫຼື ຜູ້ທີ່ມີປະສົບການ ໄດ້ຫຼີ້ນເຄື່ອງດົນຕີນີ້ ແລະ ຮັດໃຫ້ດົນຕີມີຊີວິດຊີວາ.
ຜູ້ອຳນວຍການ ະຖາບັນຝຣັ່ງ ປະຈຳລາວ ທ່ານ Patrick Cohen, ແລະ ຮອງຜູ້ ອຳນວຍການ, ທ່ານ Jean-Manuel Duhaut ມີຄວາມິນດີທີ່ໄດ້ຮັບເປຍໂນ, ແລະ ໄດ້ຮັບຟັງບົດພງຂອງທ່ານ Edwards, ເຊິ່ງເປັນນັກເປຍໂນທີ່ຫຼີ້ນໄດ້ດີຫຼາຍ.
ສະຖາບັນຝຣັ່ງປະຈຳລາວ ຂໍຂອບໃຈມາຍັງ ທ່ານນາງ ແລະ ທ່ານ Edwards ເປັນຢ່າງຍິ່ງ!

(* ໃນໄວໆນີ້, ະຖາບັນຝຣັ່ງ ຈະເປີດ ສະຕູດິໂອສຳລັບນັກດົນຕີຈາກວຽງຈັນ. ຕິດຕາມຂ່າວສານໄດ້ທີ່ເວັບໄຊທ໌ຂອງສະຖາບັນຝຣັ່ງ: www.if-laos.org ຫຼື ທາງເຟສບຸກ: @ institut.francaisdulaos)

 

 

 

 

ສະຖານທີ່
Institut français du Laos