ງານເທດສະການດົນຕີແຈສສາກົນວຽງຈັນ

ງານເທດສະການດົນຕີແຈສສາກົນວຽງຈັນ 03/05/2019 | 18 h 00 - 21 h 00

ສີລະປິນແຈສ, ຝຣັ່ງ – Peemai (ວັນທີ 3 ພຶດສະພາ 2019)

ຜົນງານດົນຕີຂອງ Peemai ແມ່ນອີງໃສ່ດົນຕີພື້ນເມືອງຂອງອາຊີຕາເວັນອອກສ່ຽງໃຕ້, ຈາກມຽນມາເຖິງອິນໂດເນເຊຍ. ໄດ້ແຮງບັນດານໃຈດັ່ງກ່າວ, ສີລະປິນທັງສີ່ ເລືອກສ້າງດົນຕີຄືນໃໝ່ ຈາກທໍານອງ ແລະ ສຽງດົນຕີໃນເຂດນີ້. ທໍານອງໄດ້ມາຈາກ ໝໍລໍາ (ດົນຕີບຣູທ້ອງຖິ່ນຂອງລາວ ແລະ ພາກອີສານຂອງໄທ) ປະສົມກັບແນວດົນຕີເອເລັກໂທຣ ແລະ ເຣັກເກ້, ດົນຕີທີ່ມີກິນອາຍຂອງ ຈິມມີ້ ເຮັນດຣິກ ແລະ ຈອນ ຄໍທຣັນ.

ທ່າມກາງ ຈັງຫວະເພງທີ່ເໝືອນມົນສະກົດຈິດ ແລະ ທໍານອງເພງທີ່ຕິດຫູຕິດໃຈ, ກຸ່ມສີລະປິນ ໄດ້ສ້າງສັນດົນຕີເປັນເອກະລັກ ເປັນການປະສົມຢ່າງລົງຕົວຂອງ ດົນຕີພື້ນເມືອງເຂດອາຊີ ແລະ ວັດທະນະທໍາດົນຕີແຈສ, ຣັອກ ແລະ ເອເລັກໂທຣເອີຣົບ.

“ການສະແດງດົນຕີຂອງ Peemai, ແມ່ນການທີ່ໄດ້ຍິນສິ່ງທີ່ບໍ່ຄາດຝັນວ່າຈະໄດ້ຍິນ ປະມານວ່າຫຼີ້ນແຊັກໂຊໂຟນ ແລ້ວໄດ້ຍິນສຽງຄີບອທ ; ສາຍຕາຈັບຈ້ອງທີ່ ກິຕ້າ ແລະ ເບດ, ເຮົາຈະສໍາຜັດໄດ້ເໝືອນກັບນໍ້າຂອງຖ້ວມເຂົ້າມາ ແລະ ມີສຽງກອງອູ້ມຊູເຮົາຂື້ນມາ ແລະ ເໝືອນນຳພາເຮົາອອກໄປເຂດອື່ນທີ່ເວລາຕ່າງກັນ. ສິ່ງມະຫັດສະຈັນ ຄື ເນື້ອສຽງທີ່ໄປນຳກັນໄດ້ຢ່າງລົງຕົວ. ມັນຄືຄວາມພິເສດທີ່ງົດງາມ ແລະ ບໍ່ອາຍໃຜ “

Alex Dutilh – ງານ Open Jaee / France Musique – ເມສາ 2017

ອາລະບໍ້າທໍາອິດຂອງວົງ Peemai ຖືກເລືອກເປັນຜົນງານດີເດັ່ນ “Indispensable” ໂດຍ ວາລະສານ Jazz News Magazine

ສະຖານທີ່
Cirque National