ງານຕະຫຼາດນັດບຸນໂນແອນ ທີ່ ສະຖາບັນຝຣັ່ງ

ງານຕະຫຼາດນັດບຸນໂນແອນ ທີ່ ສະຖາບັນຝຣັ່ງ 11/12/2021 | 10 h 00 - 16 h 00

ຂໍເຊີນທຸກທ່ານມາຮ່ວມງານຕະຫຼາດນັດບຸນໂນແອນ ແລະ ວັນຢ້ຽມຊົມສະຖາບັນຝຣັ່ງ, ທີ່ຈະຈັດຂື້ນໃນວັນເສົາ ທີ 11 ທັນວາ, ແຕ່ 10ມ ຫາ 16.

ລາຍການຂອງງານຈະມີ : ຕະຫຼາດຂາຍ ເຄື່ອງຫັດຖະກຳຫຼາຍກວ່າ 20 ຮ້ານ, ຮ້ານຂາຍອາຫານ 2 ຮ້ານ, ການວັດລະດັບພາສາ ຝຣັ່ງ ແລະ ພາສາລາວ ຟຣີ, ເກມຈົກສະຫຼາກເອົາລາງວັນ, ການແຂ່ງຂັນເປຕັງ ແລະ ການຂາຍປຶ້ມມືສອງ.

ມາດຕະການປ້ອງກັນ Covid: ການຮັກສາໄລຍະຫ່າງ, ການວັດແທກອຸນຫະພູມ, ເຈວແອວກໍຮໍລ້າງມື ແລະ ໃສ່ຜ້າປິດປາກດັງ

ງານເປີດກ້ວາງສຳລັບທຸກຄົນ, ເຂົ້າຊົມຟຣີ, ທີ່ພິເສດໄປ ກວ່ານັ້ນ, ທ່ານຍັງສາມາດຮ່ວມຫຼີ້ນເກມ ຈົກສະຫຼາກ ເພື່ອລຸ້ນຮັບຂອງຂວັນ ທີ່ຫຼາຫຫຼາຍ.

  • ຂໍ້ມູນເພີ່ມຕື່ມ :

ສຳລັບການວາງສະແດງສີນຄ້າ, ທ່ານຍັງສາມາດຈອງບູດໄດ້ຢູ່, ສອບຖາມຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່ຫາ ສຸພາພອນ, ຜູ້ຊ່ວຍວຽກງານດ້ານວັດທະນະທຳ ແລະ ການສື່ສານ ໄດ້ທາງອີເມວ culture@if-laos.org ຫຼື 020 55531764.

ສະຖານທີ່
Institut français du Laos