ງານວາງສະແດງຮູບພາບ, ທີ່ສະຖາບັນຝຣັ່ງ

ງານວາງສະແດງຮູບພາບ, ທີ່ສະຖາບັນຝຣັ່ງ 14/02/2020 - 22/02/2020 | ຫມົດ​ມື້

ງານວາງສະແດງຮູບພາບແມ່ນເຫດການໜຶ່ງ
ທີ່ມີຈຸດປະສົງເພື່ອຍົກຄຸນຄ່າການສ້າງຜົນງານຮູບຖ່າຍໂດຍນັກຖ່າຍຮູບຄົນລາວຮຸ່ນໃໝ່. ເລີ່ມແຕ່ຈາກການຖ່າຍຮູບຕາມຖະໜົນຈົນເຖິງການຖ່າຍຮູບແບບສິລະປະ, ນັກຖ່າຍຮູບທີ່ມີພອນສະຫວັນເລືອກຖ່າຍຮູບຕາມສະພາບແວດລ້ອມ, ຖ່າຍຮູບຄົນ ແລະ ສະຖານທີ່ຂອງປະເທດລາວທີ່ມີການປ່ຽນແປງ. ງານວາງສະແດງຮູບພາບແມ່ນເປັນໂອກາດວາງສະແດງຮູບພາບທີ່ດີເດັ່ນຂອງຊ່າງຖ່າຍຮູບ 6 ຄົນທີ່ຢູ່ນະຄອນຫຼວງວຽງຈັນ, ໃນງານກໍ່ຈະມີການຈັດສາກພາບບັນຍາກາດການຖ່າຍຮູບ ຈັດໂດຍນັກອອກແບບ (ພີທີເປີດງານລຽ້ງ ວັນທີ 17/02 ເວລາ 17:30), ເປີດງານແຂ່ງຂັນຖ່າຍຮູບລະດັບຊາດ (14/02), ກິດຈະກຳ ເວີກຊັອບ (18/02 ຫາ 20/02), ກິດຈະກຳເລາະຖ່າຍພາບຕາມຖະໜົນ (18/02), ກອງປະຊຸມໂດຍຜູ້ສ້າງຕັ້ງງານວາງສະແດງຮູບພາບທີ່ ພະນົມເປັນ (ປະເທດກຳປູເຈຍ) (19/02), ແລະ ການສາຍຮູບເງົາທີ່ສ້າງຂື້ນໂດຍໃຊ້ຮູບຖ່າຍ (21/02).

ສະຖານທີ່
Institut français du Laos