ງານວາງສະແດງ : ຂໍ້ມູນກ່ຽວກັບຄວາມຫຼາກຫຼາຍທາງຊີວະນານາພັນຂອງສັດເຄິ່ງບົກເຄິ່ງນ້ຳ ແລະ ສັດເລືອຄານໃນປະເທດລາວ

ງານວາງສະແດງ : ຂໍ້ມູນກ່ຽວກັບຄວາມຫຼາກຫຼາຍທາງຊີວະນານາພັນຂອງສັດເຄິ່ງບົກເຄິ່ງນ້ຳ ແລະ ສັດເລືອຄານໃນປະເທດລາວ 11/11/2021 - 30/11/2021 | 9 h 00 - 18 h 00

ໃນທຸກມື້ນີ້, ທຸກຄົນຮູ້ຈັກ ປະເທດ Costa Rica ວ່າເປັນຈຸດໝາຍປາຍທາງສຳລັບການທ່ອງທ່ຽວສີຂຽວ. ມັນເປັນທີ່ຮູ້ຈັກໃນທົ່ວທຸກມຸມໂລກ, ແຕ່ບໍ່ມີໃຜຮູ້ເລີຍວ່າຄວາມຫຼາກຫຼາຍທາງຊີວະນານາພັນຂອງສັດເຄິ່ງບົກເຄິ່ງນ້ຳ ແລະ ສັດເລືອຄານໃນປະເທດລາວນັ້ນມີມະຫາສານກວ່າປະເທດ costa Rica.

ເຖິງແນວໃດກໍຕາມ, ການສະແຫວງຫາຜົນປະໂຫຍດທີ່ຫຼາຍເກີນໄປ ເຮັດໃຫ້ສັດປ່າສ່ວນໃຫຍ່ໃນປະເທດຕົກຢູ່ໃນອັນຕະລາຍ ເຊັ່ນວ່າ ສັດເຄິ່ງບົກເຄິ່ງນ້ຳ ແລະ ສັດເລືອຄານ, ທີ່ເຮົາເອີ້ນວ່າ “ໝວດສັດເຝົ້າລະວັງ”. ແຕ່ແທ້ຈິງແລ້ວ, ສັດຈຳພວກນັ້ນແມ່ນມີຄວາມອ່ອນໄຫວຫຼາຍຕໍ່ການປ່ຽນແປງໃນສິ່ງແວດລ້ອມ ແລະ ສາມາດສະໜອງຂໍ້ມູນທີ່ມີຄ່າໃນການເຮັດວຽກຂອງລະບົບນິວດ.

ເຊິ່ງຄາດເດົາວ່າຫຼາຍກວ່າ 500 ສາຍພັນຂອງສັດເຄິ່ງບົກເຄິ່ງນ້ຳໄດ້ຫຼຸດຈຳນວນປະຊາກອນໃນທົ່ວໂລກ ໃນຊ່ວງ 50 ປີທີ່ຜ່ານມາ ແລະ 90 ຊະນິດນັ້ນສູນພັນ. ເຊິ່ງມີຄວາມຈຳເປັນຢ່າງຮີບດ່ວນໃນການສ້າງເອກະສານເຫຼົ່ານີ້ຂຶ້ນມາ. ນີ້ເປັນວັດຖຸປະສົງທີ່ຈັດໂດຍ Nathanaël Maury, ນັກວິທະຍາສາດພົນລະເມືອງ ຜູ້ທີ່ພັດທະນາເຕັກນິກການຖ່າຍຮູບພາບ ທີ່ສ້າງຮູບພາບໄດ້ແບບສົມຈິງ. ເຕັກນິກນີ້ເອີ້ນວ່າ “ການຊ້ອນໂຟກັດຂອງຮູບພາບ” ເພື່ອທີ່ຈະໃຫ້ເຮົາໄດ້ຮັບຮູບພາບທີ່ມີຄຸນນະພາບສູງ, ທີ່ຈະນຳໄປວາງສະແດງຢູ່ທີ່ສະຖາບັນຝຣັ່ງຕັ້ງແຕ່ວັນທີ 11 ເຖິງ 30 ພະຈິກ 2021. ເອຣິກ ເດຮາໂຣ (Eric Deharo), ຜູ້ຕາງໜ້າຂອງສະຖາບັນຄົ້ນຄວ້າເພື່ອການພັດທະນາປະຈຳລາວ, ໄດ້ສ້າງຮູບເງົາໃນຫົວຂໍ້ທີ່ຈະກຽມສາຍໃນລະຫວ່າງງານວາງສະແດງ ແລະ ສາມາດຮັບຊົມໄດ້ທີ່ : https://youtu.be/7u0xwcvlKWc

  • ຊ່ອງທາງຕິດຕໍ່:

Eric Deharo : eric.deharo@ird.fr

Nathanaël Maury : nathanael.maury@gmail.com

ສະຖານທີ່
Institut français du Laos