ຮຽນພາສາ

delfຢາກຮຽນ ພາສາຝຣັ່ງ ບໍ່ ? ສອບຖາມຂໍ້ມູນ ໄດ້ທີ່ ສະຖາບັນຝຣັ່ງ !
ຕັ້ງແຕ່ ປີ 1994, ສະຖາບັນຝຣັ່ງ ເປັນ ສູນກາງການສອນ ພາສາຝຣັ່ງ ໃນ ສປປ ລາວ.

  • ຮູບແບບການສິດສອນພາສາ ທີ່ ຫຼາກຫຼາຍ
  • ຫຼັກສູດຄຸນະພາບ ໃນ ສະຖາບັນ ທາງການ
  • ສູນສອບເສັງ ພາສາຝຣັ່ງ ແຫ່ງດຽວ ທີ່ໄດ້ຮັບອະນຸຍາດ ຈາກ ປະເທດຝຣັ່ງ
  • ທີມງານຜູ່ສິດສອນ ທີ່ມີປະສົບການ

ການສະເໜີຫຼັກສູດການຮຽນພາສາ

ເຖິງຈະມີ ລະດັບພາສາໃນຂັ້ນເລີ່ມຕົ້ນ ຫຼື ໃນຂັ້ນດີແລ້ວ ກໍ່ຕາມ, ທາງ ສະຖາບັນຝຣັ່ງ ມີ ຫຼັກສູດຮຽນທີ່ສາມາດປັບໄດ້ ຕາມຄວາມຕ້ອງການ ແລະ ຄວາມສະດວກຂອງຜູ່ຮຽນ. ເປັນຫຼັກສູດ ທີ່ ເໝາະສົມ ສຳລັບ ທັງ ເດັກນ້ອຍ ຫຼື ຜູ່ໃຫຍ່, ນັກສຶກສາ ຫຼື ຜູ່ທີ່ເຮັດວຽກແລ້ວ. ນອກນັ້ນ, ກໍ່ຍັງມີ ການສອນພາສາລາວ ແລະ ການສອນພາສາອັງກິດ ໃຫ້ກັບ ຄົນຕ່າງປະເທດເຊັ່ນດຽວກັນ ປື້ມນ້ອຢ ຮຽນພາສາ

 

 


ຫ້ອງຮຽນພາສາຝຣັ່ງສຳລັບໄວໜຸ່ມ
ຄອສພາສາຝຣັ່ງສຳລັບໄວໜຸ່ມຂອງພວກເຮົາແມ່ນອອກແບບມາເພື່ອໃຫ້ເໝາະສົມໃນການຊ່ວຍໄວໜຸ່ມພັດທະນາທັກສະພາສາດ້ວຍຄວາມມ່ວນ ແລະ ໃຫ້ມີສ່ວນຮ່ວມໃນຫ້ອງຮຽນ. ມັນຈະຊ່ວຍໃນການຮຽນ, ການທ່ອງທ່ຽວ ຫຼືຈະຮຽນເພື່ອໃຫ້ເກັ່ງຂຶ້ນກໍ່ໄດ້. ມາຮຽນກັບພວກເຮົາ ຈະໄດ້ທັງຄວາມມ່ວນ ແລະ ເສີມສ້າງຄວາມໝັ້ນໃຈໃນໂຕເອງ! ໂອກາດດີໆແບບນີ້ບໍ່ຄວນພາດ! ເປີດເທີມໃຫມ່ໃນວັນທີ 3 ພຶດສະພາ 2025! ຂໍ້ມູນເພີ່ມເຕີມ : Tel: (856-21) 215 764 WhatsApp: (856-20) 5594 4819 Email: accueil@if-laos.org

1 2