ງານວາງສະແດງພາຍໃຕ້ຊື່ « ສິນລະປະປັກດິ້ນ ແລະ ລາຍດອກພອກ :ຜົນງານສິນລະປະຫຼາກຫຼາຍດ້ານ ຂອງ ທ່ານ ສົມສະໜິດ »

ງານວາງສະແດງພາຍໃຕ້ຊື່ « ສິນລະປະປັກດິ້ນ ແລະ ລາຍດອກພອກ :ຜົນງານສິນລະປະຫຼາກຫຼາຍດ້ານ ຂອງ ທ່ານ ສົມສະໜິດ » 10/03/2021 - 14/03/2021 | 10 h 00 - 17 h 30

ສະຖານເອກອັກຄະລັດຖະທູດຝຣັ່ງ ແລະ ສະຖາບັນຝຣັ່ງ ປະຈຳ ລາວ ຂໍເຊີນທຸກທ່ານເຂົ້າຮ່ວມງານວາງສະແດງ ແລະ ກິດຈະກຳຕ່າງໆ ກ່ຽວກັບ ຜົນງານສິນລະປະຂອງ ທ່ານ ສົມສະໜິດ ນັກສິນລະປະລາວ ທີ່ມີຊື່ສຽງລະດັບສາກົນ, ຊື່ງຈະຈັດຂຶ້ນຢູ່ຫຼາຍສະຖານທີ່ທາງວັດທະນະທຳ ທີ່ ນະຄອນຫຼວງວຽງຈັນ, ລະຫວ່າງວັນທີ 10 – 14 ມີນາ 2021.

ທ່ານຈະໄດ້ຊື່ນຊົມຄວາມປານີດຂອງສິນລະປະປັກດິ້ນໄໝຄຳຂອງທ່ານ ສົມສະໜິດ ແລະ ການສ້າງສັນຜົນງານລາຍດອກພອກທາງພຸດທະສາດສະ ໜາຂອງແຂວງຫຼວງພະບາງ ໃນສອງງານວາງສະແດງທີ່ຈັດຂື້ນເປັນພິເສດ ດັ່ງຕໍ່ໄປນີ້ :

  • ງານວາງສະແດງ ພາຍໃຕ້ຊື່ງານ : « ຄວາມລຽບງ່າຍ ແລະ ຄວາມປານີດ. ລາຍດອກພອກ, ສິນລະປະທາງດ້ານພຸດທະສາດສະໜາຂອງ ແຂວງ ຫຼວງພະບາງ » ທີ່ໂຮງຮຽນວິຈິດສິນແຫ່ງຊາດຫຼັງເກົ່າ : ວັນທີ 11 – 13/03 ເປີດໃຫ້ເຂົ້າຊົມ ເວລາ 10:00 – 17:30 ໂມ
  • ງານວາງສະແດງ ພາຍໃຕ້ຊື່ງານ « ສິນລະປະປັກດິ້ນ ແລະ ລາຍດອກພອກ : ຜົນງານສິລະປະຫຼາກຫຼາຍດ້ານ ຂອງ ທ່ານ ສົມສະໜິດ », ວັນທີ 13 – 14/03, ເວລາ 10:00 – 16:30 ໂມງ ທີ່ເຮືອນພັກທູດຝຣັ່ງ. ກະລຸນາລົງທະບຽນກ່ອນລ່ວງໜ້າ ທາງອອນລາຍ : https://expo-somsanith.interactions-laos.fr/

ນອກຈາກນີ້ ທ່ານ ສາມາດຮຽນຮູ້ລາຍລະອຽດກ່ຽວກັບສິນລະປະລາຍດອກພອກໄດ້ໃນງານ ແລະ ກິດຈະກຳ ຕໍ່ໄປນີ້ :

  • ວັນທີ 11 – 12/03, ເວລາ 15:00-17:00 ໂມງ ທີ່ໂຮງຮຽນວິຈິດສິນແຫ່ງຊາດຫຼັງເກົ່າ : ເວີກຊັອບສາທິດເຕັກນິກລາຍດອກພອກ ສາທິດໂດຍ ທ່ານ ສົມສະໜິດ.
  • ທີ 11/03 ເວລາ 18:00 ໂມງ ທີ່ສະຖາບັນຝຣັ່ງ ປະຈຳ ລາວ : ກອງປະຊຸມບັນຍາຍຂອງທ່ານ Francis Engelmann ຊ່ຽວຊານດ້ານມໍລະດົກ ຫຼວງພະບາງ ກ່ຽວກັບ ສິນລະປະລາຍດອກພອກ (ຕົ້ນກຳເນີດ, ລາຍດອກພອກຮູບແບບຕ່າງໆ, ວິວັດທະນາການ) ແລະ ຜົນງານຂອງທ່ານ ສົມສະໜິດ. ບັນຍາຍເປັນພາສາຝຣັ່ງ ພ້ອມແປພາສາລາວ ແລະ ພາສາອັງກິດ.

ທຸກຄົນສາມາດເຂົ້າຮ່ວມງານທັງໝົດທີ່ກ່າວມາຂ້າງເທິງນີ້ ໂດຍບໍ່ໄດ້ເສຍຄ່າ ໂດຍບໍ່ຕ້ອງລົງທະບຽນກ່ອນລ່ວງໜ້າ, ຍົກເວັ້ນງານວາງສະແດງທີ່ຈັດຂຶ້ນຢູ່ເຮືອນພັກທູດຝຣັ່ງ ຈຳເປັນຕ້ອງໄດ້ລົງທະບຽນກ່ອນລ່ວງໜ້າເທົ່ານັ້ນທາງອອນລາຍ ຈື່ງຈະເຂົ້າຮ່ວມງານໄດ້ : https://expo-somsanith.interactions-laos.fr/

ສະຖານທີ່