ປະກາດຮັບສະໝັກນ – ວັນດົນຕີ – FÊTE DE LA MUSIQUE 2024

ປະກາດຮັບສະໝັກນ - ວັນດົນຕີ - FÊTE DE LA MUSIQUE 2024 08/05/2024 - 24/05/2024 | 0 h 00

[FÊTE DE LA MUSIQUE – ງານວັນດົນຕີປະຈຳປີ 2024]

ປະກາດຮັບສະໝັກບັນດາສີລະປິນທີ່ມັກຮັກໃນດົນຕີທີ່ຢູ່ປະເທດລາວ !

ເຈົ້າພ້ອມແລ້ວບໍ່ ທີ່ຈະຂຶ້ນສະແດງເທິງເວທີ ໃນງານວັນດົນຕີ ທີ່ສະຖາບັນຝຣັ່ງ ? ຕອນນີ້ພວກເຮົາກໍາລັງຊອກຫານັກສິລະປິນທີ່ມີຄວາມມັກຮັກໃນດົນຕີ ເພື່ອມາສ້າງບັນຍາກາດທີ່ໜ້າຈົດຈຳໃນວັນທີ 21 ແລະ 22 ເດືອນມິຖຸນານີ້ !

ຢ່າພາດໂອກາດດີໆແບບນີ້ເພື່ອແບ່ງປັນຄວາມມັກຮັກໃນດົນຕີຂອງເຈົ້າໃຫ້ກັບຜູ້ຊົມທີ່ໜ້າຮັກ!

ບໍ່ວ່າເຈົ້າຈະເປັນນັກດົນຕີມືໃໝ່ ຫຼື ມືອາຊີບ, ເຈົ້າກໍ່ສາມາດສົ່ງວີດີໂອ ການສະແດງດົນຕີສົດຂອງ ເຈົ້າມາໃຫ້ພວກເຮົາໄດ້ທີ່: fetedelamusique@if-laos.org ກ່ອນວັນສຸກ ທີ 24 ພຶດສະພາ 2024 ແລະ ລຸ້ນຮັບສິດຖືກຄັດເລືອກ ເພື່ອມາສະແດງຄອນເສີດທີ່ສະຖາບັນຝຣັ່ງ ໃນວັນສຸກທີ 21 ຫຼື ວັນເສົາທີ 22 ມິຖຸນາ 2024.

ທຸກລາຍລະອຽດແມ່ນຢູ່ລິ້ງນີ້ : https://forms.gle/9eYccHk72R9XGunL7

ຂໍໃຫ້ທຸກທ່ານໂຊກດີ !

ສະຖານທີ່
Institut français du Laos