ຮູບເງົາ // ເບິ່ງໂລກດ້ວຍໃຈ

ຮູບເງົາ // ເບິ່ງໂລກດ້ວຍໃຈ 20/03/2021 | 18 h 00

ເນື່ອງໃນໂອກາດງານບຸນຝຣັ່ງໂກໂຟນີ ປະຈຳປີ 2021 ຈະມາເຖິງນີ້, ຫ້ອງການສະຖານທູດການາດາ ປະຈຳ ລາວ ແລະ ສະຖາ ບັນຝຣັ່ງ ປະຈຳ ລາວ ຮ່ວມກັນຈະຈັດງານສາຍຮູບເງົາຂຶ້ນທີ່ມີຊື່ວ່າ : ” ເບິ່ງໂລກດ້ວຍໃຈ ” « La terre vue du cœur » ສ້າງໂດຍ ທ່ານ Iolande Cadrin Rossignol ພ້ອມກັບ ທ່ານ Hubert Reeves. ກ່ອນຈະສາຍຮູບເງົານີ້ ຈະມີການນຳສະເໜີອະທິບາຍກ່ຽວກັບຮູບເງົາ ໂດຍ ທ່ານ Tim Edwards ຜູ້ຮັບຜິດຊອບຂອງ ຫ້ອງການສະຖານທູດ ການາດາ ປະຈຳ ລາວ.

ເລື່ອງຫຍໍ້ : ເປັນເລື່ອງທີ່ກ່ຽວກັບທ່ານ Hubert Reeves ແລະ ທ່ານFrédéric Lenoir, ນັກວິທະຍາສາດ, ນັກຂຽນ ແລະ ນັກສີລະ ປິນ, ພວກເຂົາກຳລັງບອກເຕືອນໃຫ້ພວກເຮົາຮັບຮູ້ວ່າ: ຊີວະນາໆພັນກຳລັງຖືກຂົ່ມຂູ່ຈາກມະນຸດໃນທຸກມື້ນີ້. ໃນຂະນະ ທີ່ກຸ່ມຄົນຈຳນວນໜຶ່ງແມ່ນເປັນຕົ້ນເຫດເຮັດໃຫ້ເກີດສະພາວະວິກິດການ, ອີກກຸ່ມຄົນຫນຶ່ງ ແມ່ນກຳລັງຮ່ວມມືກັນຊອກຫາ ວິທີແກ້ໄຂບັນຫາເລົ່ານີ້ ທີ່ກຳລັງເກີດຂື້ນ. ໂດຍລວມຂອງຮູບເງົາເລື່ອງນີ້ແມ່ນໄດ້ສ້າງຂື້ນເພື່ອເຕືອນໃຫ້ຄົນຮຸ້ນຫຼັງຮັບຮູ້ວ່າ ທຸກສິ່ງທີ່ມີຊີວິດໃນໂລກເຮົານີ້ແມ່ນ ປັນສິ່ງທີ່ວິເສດ,ມີຄວາມລຶກລັບທີ່ໜ້າສົນໃຈ ແລະ ໜ້າຄົ້ນຫາ… ຊຶ່ງແນ່ນອນ ມັນຂື້ນ ກັບພວກເຮົາທີ່ຈະຕ້ອງຮັກສາຊີວິດທີ່ພິເສດນີ້ໄວ້!

ສະຖານທີ່
Institut français du Laos