ເທສະການຮູບເງົາສັ້ນ // ຄ່ຳຄືນທີ່ພິເສດ “ເຂົ້າຮ່ວມໂດຍຜູ້ກຳກັບ”

ເທສະການຮູບເງົາສັ້ນ // ຄ່ຳຄືນທີ່ພິເສດ "ເຂົ້າຮ່ວມໂດຍຜູ້ກຳກັບ" 26/03/2021 | 18 h 30 - 20 h 30

ເປັນໂອກາດດີທີ່ຈະໄດ້ເບິ່ງຮູບເງົາສັ້ນ ໂດຍມີຜູ້ກຳກັບເຂົ້າຮ່ວມ!
ຮູບເງົາທັງໝົດ ແມ່ນເປັນຮູບເງົາຕົ້ນສະບັບ ພ້ອມມີຄຳບັນຍາຍເປັນພາສາອັງກິດ
. ຂົ້າເບິ່ງຟຣີ.

1. ລູກເກືອ, ສ້າງໂດຍ ບຸນຕ້ອມ ໄຊດາລາ, ປີ 2020, ຄວາມຍາວ 8 ນາທີ. ຽນຈົບ ຈາກຄະນະວິທະຍາສາດສິ່ງແວດລ້ອມ. ລາວໄດ້ເລີ່ມຕົ້ນເຂົ້າຮ່ວມຝຶກອົບຮົມສ້າງຮູບເງົາໃນປີ 2017, ແລະ ໄດ້ເລີ່ມສ້າງສາລະຄະດີຈົນເຖິງປັດຈຸບັນ.

ລາວຍັງດ້ຮ່ວມສ້າງສາລະຄະດີກ່ຽວກັບເກືອຂີ້ທາ ແຂວງສະຫວັນນະເຂດ , ລາວຈື່ງຕັດສິນໃຈຂຽນໜັງສັ້ນເລື່ອງທຳອິດ ແລະ ຖ່າຍທຳໃນເວລານັ້ນ.

ເລື່ອງຫຍໍ້: ເວົ້າເຖິງ ຍິງສາວທີ່ຕ້ອງໄດ້ເລືອກລະຫວ່າງ ການເຮັດນາເກືອຊ່ວຍຄອບຄົວ ຫລື ເດີນທາງເຂົ້າໄປສ່ຽງຊີວິດໃນເມືອງໃຫຍ່ກັບຊາຍໜຸ່ມທີ່ເປັນຄົນຮັກ.

2. “ຕຸກໆຈາກຟາກຟ້າ”, ສ້າງໂດຍ ອານິໄຊ ແກ້ວລາ, ປີ 2019, ຄວາມຍາວ 15 ນາທີ.

ອານີໄຊ ແກ້ວລາ ໄດ້ຈົບການສຶກສາ TICA ປະລິນຍາໂທ Master of Arts in Film ສາຂາວິຊາການຮູບເງົາ ທີ່ປະເທດໄທ. ໃນປີ 2021, ລາວໄດ້ຮ່ວມກໍ່ຕັ້ງບໍລິສັດ ລາວນິວເວບຊິເນມາໂປຣດັກຊັນ ແລະ ໄດ້ຂຽນ, ໄດ້ສ້າງ, ໄດ້ກຳກັບຮູບເງົາຫຼາຍເລື່ອງ. ຮູບເງົາ “ຕຸກໆຈາກຟາກຟ້າ” ໄດ້ສ້າງຂຶ້ນປີ 2019 ໄດຮັບລາງວັນເຂົ້າຮອບສຸດທ້າຍເມື່ອບໍ່ດົນມານີ້ ໃນງານເທສະການຮູບເງົາທີ່ປະເທດ ອົດສະຕາລີ.

ເລື່ອງຫຍໍ້ : ຄົນຂັບລໍ້ຕຸກ ເຊື່ອວ່າລາວສາມາດສື່ສານກັບມະນຸດຕ່າງດ້າວໄດ້, ເຊິ່ງລາວຖືກມອບໝາຍພາລະກິດໃຫ້ເຮັດ ແລະ ມະນຸດຕ່າງດາວສັນຍາວ່າຈະພາລາວໄປທີ່ Utopia ໂລກຂອງເຂົາ.

3. O Bai (ໂອ້ ຜູ້ສາວ !) ສ້າງຂຶ້້ນໂດຍ Neeta Jain-Duhaut, ປີ 1997, ຄວາມຍາວ 29 ນາທີ. ນິຕາ ແມ່ນຜູ້ກຳກັບໜັງ ຝຣັ່ງອິນເດຍ. ລາວໄດ້ສ້າງສາລະຄະດີຫຼາຍເລື່ອງໃຫ້ກັບຊ່ອງໂທລະພາບຝຣັ່ງ. ຮູບເງົາຂອງລາວທີ່ໄດ້ຮັບລາງວັນ ເລື່ອງ O Bai (ໂອ້ ຜູ້ສາວ !) ໄດ້ຖືກຄັດເລືອກໃນ 15 ເທສະການສາກົນ ແລະ ໄດ້ຖືກສາຍໃນໂທລະພລວມທັງໝັດ 5 ຊ່ອງບໍ່ວ່າຈະເປັນຊ່ອງ Arte ຫຼື PBS. ລາວໄດອາໄສຢູ່ນະຄອນຫຼວງຕັ້ງແຕ່ປີ 2019.

ເລື່ອງຫຍໍ້ : ຜູ້ຊາຍຄົນໜຶ່ງຢູ່ໃນກຸ່ມສາວໆ. ທີ່ເມືອງ Goa (ປະເທດອິນເດຍ), ມີພໍ່ຄ້າຄົນໜຶ່ງໄດ້ຂີ່ລົດຈັກເລາະຂາຍສາຍແຂນ ແກ້ວໄປຕາມໝູ່ບ້ານ. ເປັນຊ່ວງເວລາສັ້ນໆທີ່ລາວໄດ້ພົບປະກັບບັນດາສາວໆ, ເມື່ອເວລາລາວໃສ່ສາຍແຂນທີ່ຂໍ້ມືຂອງພວກນາງດ້ວຍ ຄວາມຊຳນານຄ່ອງແຄ້ວ, ກໍ່ເຮັດໃຫ້ພວກນາງກໍ່ພໍໃຈລາວຫຼາຍ. ບັນດາສາວໆຢູ່ອອ້ມຜູ້ຊາຍພຽງຄົນດຽວ

ສະຖານທີ່
Institut français du Laos