ສະຖາບັນຝຣັ່ງ ປະຈໍາລາວ

iflaos-batiment
ສໍານັກງານໃຫຍ່ ສະຖາບັນຝຣັ່ງ ຕັ້ງຢູ່ ນະຄອນຫຼວງວຽງຈັນ ແລະ ຫ້ອງການ ສູນວັດທະນະທໍາ ທີ່ ແຂວງຫຼວງພະບາງ.

ສ້າງຕັ້ງ ໂດຍຂື້ນກັບ ສະຖານທູດ ໃນນາມພະແນກພາສາສາດ, ແລະ ໄດ້ຖືກປະກາດເປັນ ສູນພາສາຝຣັ່ງ ໃນ ວັນທີ 14 ມັງກອນ 1994, ໂດຍ ທ່ານເຈົ້າຄອງ ນະຄອນຫຼວງປາຣີ ທ່ານ ຊັກເກີ ຊີຣັກ.ມາຮອດ ເດືອນມັງກອນ 1995, ໄດ້ກາຍມາເປັນ ອົງການຈັດຕັ້ງທີ່ກຸ້ມຕົນເອງດ້ານການເງິນ ໃນນາມ “ສູນວັດທະນະທໍາ ແລະ ການຮ່ວມມືດ້ານພາສາສາດ”.ຫຼັງຈາກປ່ຽນ ມາເປັນ ສະຖາບັນຝຣັ່ງ, ກໍ່ຍັງສືບຕໍ່ ມີບົດບາດສໍາຄັນ ໃນວຽກງານ ການຮ່ວມມືດ້ານວັດທະນະທໍາ ແລະ ມະຫາວິທະຍາໄລ ຝຣັ່ງ ທີ່ ສປປ ລາວ.

ການເຄື່ອນໄຫວກິດຈະກໍາ ຂອງ ສະຖາບັນຝຣັ່ງ ແມ່ນ ປິ່ນອ້ອມໃນ 3 ຂົງເຂດວຽກງານໃຫຍ່ :

ການສອນພາສາ : ຫຼັກສູດສອນພາສາທີ່ຫຼາກຫຼາຍ : ພາສາຝຣັ່ງ, ພາສາລາວ ແລະ ພາສາອັງກິດ.ສະຖາບັນຝຣັ່ງ ສາມາດຕ້ອນຮັບ ນັກຮຽນ ໄດ້ຫຼາຍກ່ວາ 2000 ຄົນໃນແຕ່ລະປີ. ສະຖານທີ່ຮຽນ ຕັ້ງຢູ່ ສໍານັກງານໃຫຍ່ ຖະໜົນລ້ານຊ້າງ, ທີ່ ສູນວັດທະນະທໍາ ລາວ-ຝຣັ່ງ ແຂວງຫຼວງພະບາງ ແລະ ທີ່ ສູນກິດຈະກໍາຝຣັ່ງໂກໂຟນ ວິທະຍາເຂດດົງໂດກ.

ຫ້ອງສະໝຸດ : ເປັນສູນລວມປຶ້ມ ຫຼາຍກ່ວາ 25000 ຫົວ, ວາລະສານ, ດີວີດີ, ຊີດີ ແລະ ປຶ້ມອ່ານເອເລັກໂຕລນິກ, ຫ້ອງສະໝຸດ ສະຖາບັນຝຣັ່ງ ສືບຕໍ່ ປັບປຸງເພີ່ມຕື່ມ ພື້ນຖານດ້ານຂໍ້ມູນຂ່າວສານ ໃຫ້ມີຄວາມສົມບູນຫຼາກຫຼາຍທີ່ສຸດ ໃນແຕ່ລະປີ ແລະ ຕັ້ງໜ້າ ໃນການໃຫ້ການບໍລິການທີ່ຄ່ອງແຄ້ວວ່ອງໄວ, ທັນສະໄໝ ແລະ ໜ້າສົນໃຈ ດ້ວຍການນໍາໃຊ້ເຄື່ອງມື ແລະ ເນື້ອໃນທີ່ຈັດສັນຢ່າງລົງຕົວ.

ແຜນການຈັດງານວັດທະນະທໍາ ແລະ ການສົ່ງເສີມສີລະປິນລາວ : ກໍານົດແຜນການຈັດງານ ກອງປະຊຸມ, ການສະແດງສີລະປະດົນຕີ, ການສະແດງລະຄອນ ເປັນປະຈໍາ.ກະກຽມຈັດງານທີ່ເປັນເຫດການສໍາຄັນ : ວັນແຫ່ງການຄົ້ນຄ້ວາເພື່ອການພັດທະນາ, ບຸນແຕ້ມຮູບກາຕູນ ໃນຫົວຂໍ້ ສິ່ງແວດລ້ອມ, ບຸນດົນຕີ …

ໃຫ້ຄວາມຮ່ວມມື ແລະ ສົ່ງເສີມ ໃນການສ້າງຜົນງານ ແລະ ຈັດງານດ້ານວັດທະນະທໍາ ຂອງ ສີລະປິນລາວ ເຊັ່ນ : ບຸນການສະແດງ (Festival for Performing Arts), ບຸນມະຫາກໍາການເຕັ້ນນາໆຊາດ ຟັງແມ່ຂອງ (Festival de danse Fang Mae Khong), ຜົນງານການສະແດງລະຄອນ ເລື່ອງ : « Le songe d’une nuit de mousson »…

Cours de français général
#ເປີດເທີມໃໝ່ ຫຼັກສູດຮຽນພາສາຝຣັ່ງ ແລະ ພາສາລາວ ພ້ອມເປີດສອນແລ້ວສຳລັບທ່ານ, ແຕ່ລະດັບ ເລີ່ມຕົ້ນ ຫາ ລະດັບສູງ. ມາເປັນສ່ວນຫນື່ງກັບພວກເຮົາໄດ້ ທີ່ສະຖາບັນຝຣັ່ງ! ຂໍ້ມູນເພີ່ມເຕີມ : Tel : (856-21)215764 WhatsApp : (856-20) 5594 4819 Email: accueil@if-laos.org

Cours de lao
#Nouvellesession Vous souhaitez apprendre à parler lao ou perfectionner votre niveau ? La session de cours commence en janvier 2024 ! Les inscriptions sont ouvertes à l’IFL ! Plus d’informations...

ຫຼັກສູດຮຽນພາສາຝຣັ່ງ ສຳລັບໄວໜຸ່ມ
#ເປີດເທີມໃໝ່ ຫຼັກສູດຮຽນພາສາຝຣັ່ງ ສຳລັບໄວໜຸ່ມທີ່ສະຖາບັນຝຣັ່ງ ແມ່ນມ່ວນຢ່າງແນ່ນອນ! ການຮຽນສອນ ແມ່ນເປີດຮັບສຳລັບທຸກຄົນ, ທຸກລະດັບ ຕັ້ງແຕ່ລະດັບເລີ່ມຕົ້ນ ຫາ ລະດັບສູງ. ຢ່າພາດກັບການຮຽນເທີມໃຫມ່ສຳຫລັບໄວຫນຸ່ມໃນເດືອນ ມັງກອນ 2024. ຂໍ້ມູນເພີ່ມເຕີມ : Tel : (856-21) 215 764 WhatsApp : (856-20) 5594 4819 Email : accueil@if-laos.org

ຫຼັກສູດຮຽນພາສາຝຣັ່ງສຳລັບຜູ້ໃຫຍ່
#ເປີດເທີມໃໝ່ ຫຼັກສູດຮຽນພາສາຝຣັ່ງທີ່ສະຖາບັນຝຣັ່ງ (ເທີມໃໝ່ເດືອນ ມັງກອນ 2024)! ຫຼັກສູດສຳລັບທຸກຄົນ ທຸກລະດັບ ນັບແຕ່ລະດັບເລີ່ມຕົ້ນ ຫາ ລະດັບສູງ. ທີ່ສະຖາບັນຝຣັ່ງ ພວກເຮົາຝຶກສອນຈາກໂຕຈິງ, ການຂຽນ, ການເວົ້າ ແລະ ພາໃຫ້ທ່ານປະສົບຜົນສຳລັບໃນການສອບເສັງໄດ້. ຂໍ້ມູນເພີ່ມເຕີມ : Tel : (856-21)215764 WhatsApp : (856-20) 5594 4819 Email : accueil@if-laos.org

ຫຼັກສູດຮຽນພາສາຝຣັ່ງສຳລັບເດັກນ້ອຍ
#ເປີດເທີມໃໝ່ ຫຼັກສູດຮຽນພາສາຝຣັ່ງສຳລັບເດັກນ້ອຍທີ່ມີອາຍຸແຕ່ 6 ປີຂຶ້ນໄປ ຮຽນພາສາຝຣັ່ງໃຫ້ມ່ວນ ຕ້ອງຮຽນກັບຄູສອນຂອງສະຖາບັນຝຣັ່ງ ! ຫຼັກສູດການຮຽນປະກອບມີ ລະດັບເລີ່ມຕົ້ນ ຫາ ລະດັບສູງ. ສະຖາບັນຝຣັ່ງຂອງເຮົາເປັນສະຖານທີ່ທີ່ເໝາະສົມສຳລັບການຮຽນເວົ້າ, ຮຽນຂຽນ ເຮັດໃຫ້ມີທັກສະທາງດ້ານພາສາ ແລະ ພາໃຫ້ທ່ານປະສົບຜົນສຳລັບໃນການສອບເສັງໄດ້. ຂໍ້ມູນເພີ່ມເຕີມ : Tel : (856-21) 215 764 WhatsApp : (856-20) 5594 4819 Email: accueil@if-laos.org

1 2