ສະຖາບັນຝຣັ່ງ ປະຈໍາລາວ

iflaos-batiment
ສໍານັກງານໃຫຍ່ ສະຖາບັນຝຣັ່ງ ຕັ້ງຢູ່ ນະຄອນຫຼວງວຽງຈັນ ແລະ ຫ້ອງການ ສູນວັດທະນະທໍາ ທີ່ ແຂວງຫຼວງພະບາງ.

ສ້າງຕັ້ງ ໂດຍຂື້ນກັບ ສະຖານທູດ ໃນນາມພະແນກພາສາສາດ, ແລະ ໄດ້ຖືກປະກາດເປັນ ສູນພາສາຝຣັ່ງ ໃນ ວັນທີ 14 ມັງກອນ 1994, ໂດຍ ທ່ານເຈົ້າຄອງ ນະຄອນຫຼວງປາຣີ ທ່ານ ຊັກເກີ ຊີຣັກ.ມາຮອດ ເດືອນມັງກອນ 1995, ໄດ້ກາຍມາເປັນ ອົງການຈັດຕັ້ງທີ່ກຸ້ມຕົນເອງດ້ານການເງິນ ໃນນາມ “ສູນວັດທະນະທໍາ ແລະ ການຮ່ວມມືດ້ານພາສາສາດ”.ຫຼັງຈາກປ່ຽນ ມາເປັນ ສະຖາບັນຝຣັ່ງ, ກໍ່ຍັງສືບຕໍ່ ມີບົດບາດສໍາຄັນ ໃນວຽກງານ ການຮ່ວມມືດ້ານວັດທະນະທໍາ ແລະ ມະຫາວິທະຍາໄລ ຝຣັ່ງ ທີ່ ສປປ ລາວ.

ການເຄື່ອນໄຫວກິດຈະກໍາ ຂອງ ສະຖາບັນຝຣັ່ງ ແມ່ນ ປິ່ນອ້ອມໃນ 3 ຂົງເຂດວຽກງານໃຫຍ່ :

ການສອນພາສາ : ຫຼັກສູດສອນພາສາທີ່ຫຼາກຫຼາຍ : ພາສາຝຣັ່ງ, ພາສາລາວ ແລະ ພາສາອັງກິດ.ສະຖາບັນຝຣັ່ງ ສາມາດຕ້ອນຮັບ ນັກຮຽນ ໄດ້ຫຼາຍກ່ວາ 2000 ຄົນໃນແຕ່ລະປີ. ສະຖານທີ່ຮຽນ ຕັ້ງຢູ່ ສໍານັກງານໃຫຍ່ ຖະໜົນລ້ານຊ້າງ, ທີ່ ສູນວັດທະນະທໍາ ລາວ-ຝຣັ່ງ ແຂວງຫຼວງພະບາງ ແລະ ທີ່ ສູນກິດຈະກໍາຝຣັ່ງໂກໂຟນ ວິທະຍາເຂດດົງໂດກ.

ຫ້ອງສະໝຸດ : ເປັນສູນລວມປຶ້ມ ຫຼາຍກ່ວາ 25000 ຫົວ, ວາລະສານ, ດີວີດີ, ຊີດີ ແລະ ປຶ້ມອ່ານເອເລັກໂຕລນິກ, ຫ້ອງສະໝຸດ ສະຖາບັນຝຣັ່ງ ສືບຕໍ່ ປັບປຸງເພີ່ມຕື່ມ ພື້ນຖານດ້ານຂໍ້ມູນຂ່າວສານ ໃຫ້ມີຄວາມສົມບູນຫຼາກຫຼາຍທີ່ສຸດ ໃນແຕ່ລະປີ ແລະ ຕັ້ງໜ້າ ໃນການໃຫ້ການບໍລິການທີ່ຄ່ອງແຄ້ວວ່ອງໄວ, ທັນສະໄໝ ແລະ ໜ້າສົນໃຈ ດ້ວຍການນໍາໃຊ້ເຄື່ອງມື ແລະ ເນື້ອໃນທີ່ຈັດສັນຢ່າງລົງຕົວ.

ແຜນການຈັດງານວັດທະນະທໍາ ແລະ ການສົ່ງເສີມສີລະປິນລາວ : ກໍານົດແຜນການຈັດງານ ກອງປະຊຸມ, ການສະແດງສີລະປະດົນຕີ, ການສະແດງລະຄອນ ເປັນປະຈໍາ.ກະກຽມຈັດງານທີ່ເປັນເຫດການສໍາຄັນ : ວັນແຫ່ງການຄົ້ນຄ້ວາເພື່ອການພັດທະນາ, ບຸນແຕ້ມຮູບກາຕູນ ໃນຫົວຂໍ້ ສິ່ງແວດລ້ອມ, ບຸນດົນຕີ …

ໃຫ້ຄວາມຮ່ວມມື ແລະ ສົ່ງເສີມ ໃນການສ້າງຜົນງານ ແລະ ຈັດງານດ້ານວັດທະນະທໍາ ຂອງ ສີລະປິນລາວ ເຊັ່ນ : ບຸນການສະແດງ (Festival for Performing Arts), ບຸນມະຫາກໍາການເຕັ້ນນາໆຊາດ ຟັງແມ່ຂອງ (Festival de danse Fang Mae Khong), ຜົນງານການສະແດງລະຄອນ ເລື່ອງ : « Le songe d’une nuit de mousson »…

Lao Survival Kit
20 Hours of French – Only!✨ For a smooth start in Laos ✨ > Beginner-friendly course designed to help you feel confident in daily life. > Learn useful expressions for...

Lao survival kit
20 Hours of Lao for a Smooth Start! Learn essential Lao language skills to connect, explore, and enjoy everyday life in Laos. Want to speak Lao? Start here!✔️ Learn words...

Fermeture/ ປິດ /Closed
L’Institut français du Laos et la médiathèque seront fermés le 8 Octobre à l’occasion de la Fête des pirogues. Institut français du Laos & the Library will be closed on...

DELF Préparation examen B2
ຫຼັກສູດຮຽນກຽມເສັງ DELF ລະດັບ B2 Get ready to succeed with confidence! > 30 Hours of focused training to prepare for your exam >o< Registration: 13 – 25 October 2025 @Institut français...

1 2