ກອງປະຊຸນ ຂອງທ່ານ Michel Lorrillard

ກອງປະຊຸນ ຂອງທ່ານ Michel Lorrillard 17/12/2020 | 18 h 00 - 20 h 00

ທ່ານ Michel Lorrillard

ໂຮງຮຽນຝຣັ່ງ d’Extrême-Orient ແລະ ການຄົ້ນຄວ້າປະຫວັດສາດໃນລາວ

ທ່ານ Michel Lorrillard ເປັນນັກຄົ້ນຄວ້າປະຫວັດສາດ, ນັກຊ່ຽວຊານໃນລາວ (ສະຕະວັດທີ 6 ເຖິງ 19). ຫລັງຈາກຮຽນປະຫວັດສາດຢູ່ Strasbourg, ຕໍ່ມາໄດ້ຮຽນປະຫວັດສາດລາວ ແລະ ກຳປູເຈຍ ຢູ່ສູນພາສາ Langues O’, ທ່ານ Michel Lorrillard ໄດ້ມາປະເທດລາວເປັນເທື່ອທຳອິດໃນປີ 1989. ສະຖານທູດຝຣັ່ງໄດ້ຂໍໃຫ້ລາວເກັບກຳຮວບຮວມເອກະສານທີ່ເກົ່າແກ່ເຖິງ 30 ປີ . ຫຼັງຈາກຈົບການສຶກສາປະລິນຍາເອກໃນປີ 1995, ທ່ານMichel Lorrillard ໄດ້ກັບຄືນມາຢູ່ວຽງຈັນໃນຕຳແໜ່ງພະນັກງານສັນຍາຈ້າງ, ຈາກນັ້ນໃນປີ 2000, ລາວໄດ້ກາຍເປັນຜູ້ອຳນວຍການສູນ EFEO ປະຈຳທີ່ນະຄອນຫຼວງວຽງຈັນ, ເປັນບ່ອນທີ່ລາວໄດ້ຢູ່ຈົນເຖິງປີ 2011. ນັບຕັ້ງແຕ່ປີ 2018, ລາວກໍ່ໄດ້ກັບມາເຮັດຫນ້າທີ່ຊີ້ນຳ ອີກຄັ້ງ ຢູ່ສູນ EFEO ປະຈຳທີ່ນະຄອນຫຼວງວຽງຈັ

ສະຖານທີ່
Institut français du Laos