Le STUDIO

Le STUDIO 16/02/2022 - 31/12/2022 | 0 h 00

Le STUDIO ຫ້ອງຊ້ອມເປັນບ່ອນຝຶກຊ້ອມ ຂອງນັກດົນຕີມືສະໝັກຫຼີ້ນ ແລະ ມືອາຊີບ ໃນການເຮັດ ແລະ ສ້າງແນວດົນຕີ, ຍັງເປັນບ່ອນສອນດົນຕີນໍາອີກ. ໃນຫ້ອງປະກອບມີ ກອງ, ຄີບອດ, ແອມເບສ໌, ແອມກີຕ້າ ແລະ ລະບົບສຽງ (ໄມໂຄໂຟນ, ມິກເຊີກ, ລໍາໂພງ).

ເປີດໃຫ້ໃຊ້ບໍລິການ ແຕ່ ວັນອັງຄານ ຫາ ວັນເສົາ ຕາມເວລານີ້ :

  • ວັນອັງຄານ ແລະ ພະຫັດ ແຕ່ 14ໂມງ30 ຫາ 19ໂມງ30
  • ວັນພຸດ ແຕ່ 16ໂມງ ຫາ 19 ໂມງ00
  • ວັນສຸກ ແຕ່ 14 ໂມງ ຫາ 17 ໂມງ
  • ວັນເສົາ ແຕ່ 9ໂມງ30 ຫາ 17ໂມງ30

ຫ້ອງຊ້ອມຈະປິດທຸກໆວັນພັກຂອງສະຖາບັນຝຣັ່ງ.

ສະຖາບັນຝຣັ່ງ ເປີດຕົວ STUDIO, ຫ້ອງຊ້ອມເປີດໃຫ້ນັກດົນຕີທຸກຄົນໃນນະຄອນຫຼວງວຽງຈັນ.

60,000 ກີບ/ຊົ່ວໂມງ

ກົດລະບຽບ : ດາວໂຫລດ

ແບບຟອມສະໝັກເຂົ້າເປັນສະມາຊິກ : ດາວໂຫລດ

ແບບຟອມການຈອງ : ດາວໂຫລດ

Emplacement
Institut français du Laos

http://www.if-laos.org
accueil@if-laos.org
Tel : (856-21)215764