ວັດທະນະທຳ

ກິດຈະກຳຕ່າງໆທາງດ້ານວັດທະນະທຳ

ສະຖາບັນຝຣັ່ງໄດ້ຈັດມີກິດຈະກຳທາງດ້ານວັດທະນະທຳເພື່ອເຊື່ອມຍົງກັບວັດທະນະທຳຂອງອາຊີລະຫວ່າງລາວກັບຝຣັ່ງ ເຊິ່ງໃນນີ້ສະຖາບັນຝຣັ່ງ ເມືອງ ແລະ ແຂວງຫຼວງພະບາງ ຂອງພວກເຮົາກໍໄດ້ຮັບງານວາງສະແດງ, ການລະບາຍສີ ແລະ ສີລະປະທາງດ້ານຮູບພາບຕ່າງໆ. ນອກຈາກກິດຈະກຳທາງດ້ານວັດທະນະທຳແລ້ວ ຍັງມີການສະແດງຮ້ອງເພັງ, ສະແດງລະຄອນ ມາໂດຍຕະຫຼອດປະຈຳປີ ເຊິ່ງ ໃນນີ້ເຮົາມີບຸນຟຣັ່ງໂກໂຟນີ ແລະ ງານບຸນດົນຕີຂອງຝຣັ່ງອີກ.

ຊົມໜັງ

ສຳລັບການເປີດໜັງໃຫ້ນັກຮຽນເບິ່ງຈະມີເດືອນລະຄັ້ງ ໂດຍແມ່ນ ວັນພຸດ ຫຼື ວັນເສົາ. ສຳລັບລະດູແລ້ງແມ່ນຈະສາຍໜັງຮູບເງົາໃນຄືນກາງແຈ້ງເດືອນລະຄັ້ງຂອງມື້ ວັນສຸກ ຕອນແລງ.

ຄ່າເຂົ້າຊົມ: 10 000 ກີບ
ເຂົ້າຊົມຟຣີສຳລັບນັກຮຽນທີ່ຮຽນຢູ່ສະຖາບັນຝຣັ່ງຂອງພວກເຮົາ

ປື້ມຕຳລາ ແລະ ວາລະສານຕ່າງໆ

ປື້ມຕ່າງໆລວມມີປະມານ 500 ຫົວ ຢູ່ໃນຫໍສະໝຸດຂອງພວກເຮົາທີ່ເໝາະແກ່ການອ່ານສຳລັບທຸກເພດທຸກໄວ. ທ່ານສາມາດມາອ່ານຢູ່ຫ້ອງສະໝຸດຂອງພວກເຮົາ ຫຼື ຢືມໄດ້ຕາມເວລາທີ່ກຳນົດຂອງ ສະຖາບັນຝຣັ່ງ ຂອງພວກເຮົາ.

ເພື່ອຄວາມສະດວກໃນການຄົ້ນຫາຫ້ອງສະໝຸດທາງດ້ານວັດທະນະທຳ. ພວກທ່ານສາມາດນຳໃຊ້ໂທລະສັບ, ຄອມພິວເຕີ ທີ່ສາມາດຫຼີ້ນກັບອີນເຕີເນັດໄດ້ພຽງແຕ່ຄລິກເຂົ້າຫາລີ້ງທທີ່ລະບຸໄວ້ໃນແຕ່ລະໜ້າແລ້ວພວກທ່ານຈະສາມາດເຫັນຂໍ້ມູນລາຍລະອຽດຂອງສະຖາບັນຝຣັ່ງ ເມືອງ ແລະ ແຂວງຫຼວງພະບາງຂອງພວກເຮົາແລ້ວ.

 

ບໍ່ມີກິດຈະກໍາ